ນ.ສ.ຍິ່ງລັກ ຊິນນະວັດ ໂພສຂໍ້ຄວາມເຟຊບຸ໊ກ ເຖິງ ພົນເອກປະຢຸດ ຈັນໂອຊາ ນາຍົກຣັຖມົນຕີ

ນ.ສ.ຍິ່ງລັກ ຊິນນະວັດ ໂພສຂໍ້ຄວາມເຟຊບຸ໊ກ ເຖິງ ພົນເອກປະຢຸດ ຈັນໂອຊາ ນາຍົກຣັຖມົນຕີ

ນ.ສ.ຍິ່ງລັກ ຊິນນະວັດ ອະດີດນາຍົກຣັຖມົນຕີ ໂພສຂໍ້ຄວາມເຟຊບຸ໊ກ ກ່ຽວກັບສະຖານະການການຊຸມນຸມ ເຖິງ ພົນ.ອ.ປະຢຸດຈັນໂອຊາ ນາຍົກຣັຖມົນຕີ

ບໍ່ຮູ້ວ່າທຸກທ່ານຍັງຈື່ໄດ້ບໍ່? ເມື່ອຫົກປີທີ່ແລ້ວປະຊາຊົນກຸ່ມຫນຶ່ງລວມຕົວກັນເອີ້ນຕົວເອງວ່າ ກຸ່ມກປປສ ຮຽກຮ້ອງໃຫ້ຂ້າພະເຈົ້າລາອອກຊຶ່ງທ່ານປະຢຸດ ຈັນໂອຊາ ຜບ.ທບ. ໃນຂະນະນັ້ນ ກໍ່ຢູ່ໃນເຫດການນັ້ນດ້ວຍຍັງຖາມຂ້າພະເຈົ້າວ່າ: ຈະສາມາດປະຄອງລັດຖະບານຕໍ່ໄປໄດ້ບໍ່?

 

ຊຶ່ງໃນທີ່ສຸດຂ້າພະເຈົ້າກໍ່ຕັດສິນໃຈທີ່ຈະປະກາດຍຸບສະພາ ເພື່ອເປີດທາງໃຫ້ມີການເລືອກຕັ້ງໃຫມ່ ແລະປະຊາຊົນກໍ່ຈະໄດ້ຕັດສິນອານາຄົດຂອງປະເທດດ້ວຍຕົວເອງ ຕາມລະບອບປະຊາທິປະໄຕ

ມື້ນີ້ເຫດການດຽວກັນເກີດຂຶ້ນກັບທ່ານປະຢຸດ ຂໍ້ຮຽກຮ້ອງຂອງນັກຮຽນ ນິສິດນັກສຶກສາແລະພີ່ນ້ອງປະຊາຊົນເຣືອນແສນທີ່ຕ້ອງການຢາກເຫັນປະເທດເກີດການປ່ຽນແປງ ໂດຍໃຫ້ທ່ານປະຢຸດລາອອກ ​ແລະແກ້ລັດຖະທຳມະນູນ ຊຶ່ງຂ້າພະເຈົ້າໄດ້ຕິດຕາມເບິ່ງສະຖານະການຂອງປະເທດໄທດ້ວຍຄວາມເປັນຫ່ວງ

ເຮັດໃຫ້ຂ້າພະເຈົ້ານຶກເຖິງຕອນທີ່ທ່ານເຄີຍຖາມຂ້າພະເຈົ້າເມື່ອ​ຫົກປີທີ່ແລ້ວ​ວ່າ ​ຂ້າພະເຈົ້າໄຫວບໍ່ ແລະຫວັງວ່າມື້ນີ້ທ່ານຄົງຈື່ໄດ້ແລ້ວເລືອກທີ່ຈະຕັດສິນໃຈໂດຍດ່ວນ ເພື່ອບ້ານເມືອງຈະໄດ້ສະຫງົບ ແລະເດີນໜ້າຕໍ່ໄປໄດ້

ຂ່າວທົ່ວໄປ