ສຸດຍອດສາວໃຈເດັດຖືກໂຈນດຶງກະເປົາ ຂີ່ລົດນໍາຕໍາລົດໂຈນ ປະຊາຊົນຊ່ວຍ ໄລ່ຈັບຈົນໄດ້. ຊົມເຊີຍພົນລະເມືອງດີທຸກທ່ານທີ່ຊ່ວຍຈັບໂຈນຄັ້ງນີ້
ເຫດການເກີດຂື້ນຕອນທ່ຽງວັນທີ 22 ຕຸລາ 2020 ຖະຫນົນກຳແພງເມືອງ ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ
ເຮົາເບີ່ງນຳກັນອີກຄັ້ງນື່ງ ສາວນັກສຶກສາໃຈເດັດ ຂີ່ລົດຈັກໄລ່ໂຈນດືງກະເປົ່າຕົນເອງ ແລ້ວຕັດສິນໃຈ ຂີ່ລົດຕຳລົດຂອງຄົນຮ້າຍ ຊ້ຳບໍ່ຫນຳ ສາວໃຈເດັດແລ່ນໄປດືງລົດຄົນຮ້າຍບໍ່ໃຫ້ຫລົບຫນີ ຫລັງຈາກນັ້ນ ມີພົນລະເມືອງດີ ມາຊ່ວຍຈັບຄົນຮ້າຍໄວ້ໄດ້