ຫຼາຍຄົນຄົງຮູ້ແລ້ວລະ ໂດຍສະເພາະຄົນບັນເທີງກັບຂ່າວທີ່ຖືກເວົ້າເຖິງຫຼາຍທີ່ສຸດ ເລື່ອງຄູ່ຮັກແມັດທິວ ແລະ ລີເດຍ ຕິດເຊື້ອ ໂຄວິດ 19
ມື້ີນີ້ອ່ານແລ້ວນໍ້າຕາຈະໄຫຼ !!! ເມື່ອແມັດທິວ ດາລານັກສະແດງ ພິທີກອນໄທ ໂພສວ່າ ວັນນີ້ວັນຄົບຮອບແຕ່ງງານ 5 ປີ ໃຜຈະຄິດວ່າໃນວັນນີ້ຕ້ອງມານອນຢູ່ໂຮງໝໍທັງຄູູ່ ເຖິງວ່າຈະບໍ່ໄດ້ຢູ່ຫ່າງກັນໄກ ແຕ່ກໍຄືຢູ່ຄົນລະໂລກ
ມັນບໍ່ສາມາດເບິ່ງໜ້າເຈົ້າແບບໃກ້ໆ ບໍ່ສາມາດເຂົ້າໄປ ຈູບ ລູບຜົມ ຫຼື ກອດເຈົ້າໄດ້ ແລະ ບອກວ່າຂ້ອຍຮັກເຈົ້າຫຼາຍຂະໜາດໃດ
ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າ ຕ້ອງຢູ່ໃນສະຖານະການແບບນີ້ ໃນຊ່ວງເວລາ 10 ປີຜ່ານມາ ພວກເຮົາບໍ່ເຄີຍຫ່າງກັນເກີນ 4-5 ມື້ເລີຍ ແຕ່ຄັ້ງນີ້ພວກເຮົາຈຳເປັນຕ້ອງຢູ່ຫ່າງກັນ 3 ອາທິດ ກ່ອນທີ່ເຮົາຈະກັບມາຢູ່ນໍາກັນແບບ ພ້ອມພຽງຮຽງໜ້າກັນ ພ້ອມລູກໆ …
ແຕ່ບໍ່ເປັນຫຍັງເພາະເຮົາເຂັ້ມແຂງຫຼາຍ ເຮົາຈະສູ້ກັບໄວຣັດນີ້ໃຫ້ຫາຍດີ, ໃຫ້ເຊົາ
ຖິ້ມທ້າຍທີ່ ຮັກ ແລະ ຄິດຮອດຄອບຄົວ
ແນວໃດກໍເປັນກໍາລັງໃຈໃຫ້ໃຫ້ເດີ້ …