ແຈ້ງການຈາກກົງສູນໃຫ່ຍ ແຫ່ງ ສປ ຈີນ ພົບຜູ້ຕິດເຊື້ອໄວຣັັດໂຄໂຣນ່າ ໃນນັກທ່ອງທ່ຽວທີ່ໄດ້ເດີນທາງມາລາວ

ແຈ້ງການຈາກກົງສູນໃຫ່ຍ ແຫ່ງ ສປ ຈີນ ພົບຜູ້ຕິດເຊື້ອໄວຣັັດໂຄໂຣນ່າ ໃນນັກທ່ອງທ່ຽວທີ່ໄດ້ເດີນທາງມາລາວ

ກົງສູນໃຫ່ຍ ແຫ່ງ ສປ ຈີນ ປະຈໍາຫຼວງພະບາງ ໄດ້ແຈ້ງເຖິງ ພະແນກການຕ່າງປະເທດ ແລະ ພະແນກສາທາລະນະສຸກແຂວງຫຼວງພະບາງ ວ່າ ທ້າວ ຈັ່ງປ່ຽວ ສັນຊາດຈີນ. ຜູ້ກ່ຽວໄດ້ຖືກກວດພົບວ່າເປັນພະຍາດອັກເສບປອດສາຍພັນໃໝ່ ໄວຣັສໂຄໂຣນາ ໃນວັນທີ 1 ກຸມພາ 2020,​ເຊິ່ງຜ່ານມາຜູ້ກ່ຽວໄດ້ເດີນທາງເຂົ້າມາໃນ ສປປ ລາວ ຜ່ານຖ້ຽວບິນ G52825 ພ້ອມກຸ່ມນັກທ່ອງທ່ຽວ ໂດຍໄດ້ເດີນທາງເຖິງນະຄອນຫຼວງວຽງຈັນ

ແຈ້ງການຈາກກົງສູນໃຫ່ຍ ແຫ່ງ ສປ ຈີນ ປະຈໍາຫຼວງພະບາງ   ໃນຕອນກາງຄືນຂອງວັນທີ 26 ມັງກອນ 2020 ເດີນທາງໄປວັງວຽງໃນວັນທີ 27 ມັງກອນ 2020 ເດີນທາງຮອດຫຼວງພະບາງໃນວັນທີ 28 ມັງກອນ 2020 ແລະ ເດີນທາງກັບນະຄອນຊົງຊິ້ງ ໃນເວລາທ່ຽງຄືນ ວັນທີ 31 ມັງກອນ 2020

ດັ່ງນັ້ນ ຈື່ງແຈ້ງມາຍັງ ພະແນກຕ່າງປະເທດ ແລະ ພະແນກສາທາລະນະສຸກ ແຂວງຫຼວງພະບາງ ຂໍໃຫ້ຝ່າຍລາວກວດກາ ແລະ ເກັບກໍາຂໍ້ມູນຕ່າງໆທີ່ ທ້າວ ຈັ່ງປ່ຽວ ເຄື່ອນໄຫວໃນໄລຍະການທ່ອງທ່ຽວຢູ່ຫຼວງພະບາງ ແລະ ນໍາໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມຢ່າງເຂັ້ມງວດຂໍ້ມູນ

ພະແນກສາທາລະນະສຸກ ແຂວງຫຼວງພະບາງ

ສາລະໜ້າຮູ້