“ນ້ອງອຸ້ມ” ສາວສອງພິການ ແຂນຂາຂາດ ສົ່ງຕົວເອງປະກວດນາງງາມ ນັບ 10 ເວທີ ເພາະມັນຄືຄວາມຝັນ

“ນ້ອງອຸ້ມ” ສາວສອງພິການ ແຂນຂາຂາດ ສົ່ງຕົວເອງປະກວດນາງງາມ ນັບ 10 ເວທີ ເພາະມັນຄືຄວາມຝັນ

ຢ່າເຮັດໃຫ້ຄວາມບໍ່ສົມປະກອບ ມາເຮັດໃຫ້ເຮົາຢຸດທີ່ຈະຝັນ ທຸກຄົນມີສິດທີ່ຈະຄິດ ມີສິດທີ່ຈະຝັນ ບໍ່ວ່າເຈົ້ານັ້ນຈະເກີດມາພ້ອມຫລືບໍ່ພ້ອມກໍ່ຕາມ ສິ່ງທີ່ສຳຄັນທີ່ສຸດນັ້ນກໍ່ຄືຄວາມຕັ້ງໃຈແລະຄວາມພະຍາຍາມ

ອີກຫນຶ່ງເລື່ອງລາວດີໆ ຂອງສາວນ້ອຍແດນອີສານ “ນ້ອງອຸ້ມ ອຸ້ມບຸນ ຫມາຍເຂົາ” ອາຍຸ 20 ປີ ສາວນ້ອຍຈັງຫວັດສຸລິນ ຊຶ່ງລາວນັ້ນເປັນສາວປະເພດສອງຜູ້ພິການ ຂາຂາດທັ້ງ2 ຂ້າງ ແລະແຂນຂາດດ້ານຊ້າຍ ຕັ້ງແຕ່ກຳເນີດ ແຕ່ຫົວໃຈຂອງລາວຄົນນີ້ ເຕັມໄປດ້ວຍພະລັງບວກ ແລະຄວາມຝັນທີ່ລາວນັ້ນຕ້ອງຝ່າຟັນທຸກອຸປສັກເພື່ອໄປໃຫ້ເຖິງຝັນ ກັບການເປັນ “ນາງງາມ”

ຈຸດເລີ້ມຕົ້ນຂອງການປ່ຽນແປງນ້ອງອຸ້ມເລົ່າວ່າ “ຕອນລາວຍັງເປັນເດັກມີຄູທ່ານໜຶ່ງຄອຍສະນັບສະໜູນເປີດໂອກາດໃຫ້ນ້ອງອຸ້ມໄດ້ໃຊ້ຊີວິດຮ່ວມກັບສັງຄົມ  ແລະຍັງເຮັດໃຫ້ນ້ອງອຸ້ມກາຍເປັນຄົນກ້າສະແດງອອກ ສິ່ງທີ່ເຮັດໃຫ້ລາວຈື່ຂຶ້ນໃຈບໍ່ລືມກໍ່ຄື ຕອນງານໂຮງຮຽນ ຄູໄດ້ທາລິບສະຕິກໃຫ້ລາວແລ້ວຍັງໃຫ້ລາວຂຶ້ນສະແດງໂຊໃນງານຂອງໂຮງຮຽນຮ່ວມກັບເພື່ອນໆ ລາວມີຄວາມສຸກຫລາຍເພາະການທາລິບສະຕິກນັ້ນເຮັດໃຫ້ລາວຫລົງໄຫລໃນຄວາມສວຍຄວາມງາມ ແລະເຮັດໃຫ້ລາວຄິດວ່າຕົວຂອງລາວນັ້ນເປັນຜູ້ຍິງມາໂດຍຕະຫລອດ ຊຶ່ງຄອບຄົວຂອງນ້ອງອຸ້ມເອງກໍ່ບໍ່ມີບັນຫາແລະຮັບໃນຕົວຕົນນ້ອງອຸ້ມໄດ້ເປັນຢ່າງດີ

ຫລັງຈາກທີ່ເລີ້ມຄົ້ນພົບວ່າຕົວເອງນັ້ນຢາກທີ່ຈະເປັນຜູ້ຍິງ ກໍ່ເລີຍມີອີກຫນຶ່ງຄວາມຝັນທີ່ເກີດຂຶ້ນມາໃນຫົວນັ້ນກໍ່ຄື “ການເຂົ້າປະກວດນາງງາມ” ເຖິງແມ້ວ່າຮ່າງກາຍຂອງລາວຈະບໍ່ສົມປະກອບເຫມືອນຄົນອື່ນ ແຕ່ລາວນັ້ນກໍ່ບໍ່ເຄີຍປິດກັ້ນຄວາມຝັນທີ່ຢາກຈະປະກວດນາງງາມ ເລີຍຕັດສິນໃຈໂທຫາກອງປະກວດແລະບອກທາງກອງປະກວດວ່າ “ຂ້ອຍພິການແຂນຂາດ້ວນ ແຕ່ຢາກທີ່ຈະປະກວດນາງງາມຫລາຍ ຂ້ອຍສາມາດຂຶ້ນປະກວດຮ່ວມກັບຄົນອື່ນໄດ້ບໍ່?” ຫລັງຈາກທີ່ໄດ້ການຕອບຮັບ ລາວນັ້ນກໍ່ເຮັດທຸກຢ່າງອອກມາຢ່າງເຕັມທີ່ຈົນໄດ້ຄວ້າຕຳແຫນ່ງຂວັນໃຈກຳມະການ ພ້ອມເງິນລາງວັນໄດ້ຢ່າງສຳເລັດ ຈຸດເລີ້ມຕົ້ນຄັ້ງນີ້ເຮັດໃຫ້ລາວຮູ້ສຶກມີພະລັງ ແລະກຳລັງໃຈທີ່ຈະສູ້ຕໍ່ໄປໃນເສັ້ນທາງນີ້

ເສັ້ນທາງຊີວິດໃນສາຍນາງງາມນີ້ຍັງອີກຍາວໄກ ດ້ວຍພະລັງຝັນທີ່ແຮງກ້າເຮັດໃຫ້ນ້ອງອຸ້ມ ຕັດສິນໃຈເລີ້ມເດີນສາຍປະກວດ ຈາກ ຈ.ສຸລິນ ເດີນທາງມາໄກຈົນເຖິງ ກຣຸງເທບ ດ້ວຍຕົວເອງ ໂດຍບໍ່ມີພີ່ລ້ຽງຫລືຄົນສະນັບສະໜູນ ລາວມາດ້ວຍໃຈແລະເງິນທີ່ບໍ່ຫລາຍເລີຍ ເພື່ອມາສູ້ຫາຄວາມຝັນຂອງຕົວເອງ ແຕ່ລາວນັ້ນກັບໂດນເພື່ອນນາງງາມດ້ວຍກັນເບິ່ງດ້ວຍສາຍຕາທີ່ບໍ່ຄ່ອຍເປັນມິດຕະພາບ ພ້ອມພາກັນຄິດໃນໃຈວ່າ “ຈະມາໃຫ້ເສຍເວລາເຮັດຫຍັງ” ແຕ່ລາວກໍ່ບໍ່ເຄີຍທໍ້ສູ້ຕໍ່ຈົນໄດ້ລາງວັນຂວັນໃຈກຳມະການ ມາຄອງອີກຄັ້ງໜຶ່ງ ແລະກໍ່ຫອບຄວາມພາກພູມໃຈນີ້ກັບບ້ານໄປຢ່າງມີຄວາມສຸກ ນອກຈາກນີ້ນ້ອງອຸ້ມກໍ່ຍັງຄົງເດີນສາຍປະກວດມາແລ້ວນັບ 10 ເວທີ ດ້ວຍຄວາມພະຍາຍາມຂອງລາວຈຶ່ງເຮັດໃຫ້ລາວສາມາດກວາດລາງວັນມາແລ້ວທຸກເວທີ

ເດັກຄົນນີ້ບໍ່ຂໍຫຍັງຫລາຍ ນອກຈາກໃຫ້ສັງຄົມຍອມຮັບແລະເປີດໂອກາດໃຫ້ກັບລາວໄດ້ໂຊຄວາມສາມາດໃຫ້ທຸກຄົນໄດ້ເຫັນວ່າເຖິງແມ້ວ່າຮ່າງກາຍຈະບໍ່ສົມປະກອບ ແຕ່ກໍ່ສາມາດເຮັດທຸກຢ່າງໄດ້ ແລະຄວາມຝັນອັນສູງສຸດຂອງລາວນັ້ນກໍ່ຄືການໄດ້ຮຽນສູງໆ ມີວຽກງານເຮັດທີ່ດີ ເປັນທີ່ຮູ້ຈັກໃນວົງການເພື່ອທີ່ຈະສາມາດເປັນແຮງບັນດານໃຈໃຫ້ກັບໃຜລະດັບປະເທດຈັກຄັ້ງຢ່າງເວທີ Miss Tiffany ເທົ່ານີ້ລາວກໍ່ມີຄວາມສຸກແລ້ວ

ເປັນອີກຫນຶ່ງເລື່ອງລາວແລະເປັນແຮງບັນດານໃຈທີ່ດີໃຫ້ກັບຫລາຍໆຄົນທີ່ມີຄວາມຝັນ ແລະພະຍາຍາມສູ້ເພື່ອໃຫ້ຕົວເອງໃຫ້ໄດ້ໄປເຖິງຝັນ ພວກເຮົາຂໍສົ່ງກຳລັງໃຈໃຫ້ນ້ອງອຸ້ມປະສົບຄວາມສຳເລັດແລະໄປໃຫ້ເຖິງຝັນເຫມືອນທີ່ນ້ອງອຸ້ມຄິດເອົາໄວ້ເດີ

ສາລະໜ້າຮູ້