ມື້ນີ້ ແມ່ນພິທີແຫ່ຮູບຫຼໍ່ພະເຈົ້າໄຊຍະ ເຊດຖາທິຣາດ ສູ່ຫໍທຳມະສະພາ ເພື່ອສະເຫຼີມສະຫຼອງ

ມື້ນີ້ ແມ່ນພິທີແຫ່ຮູບຫຼໍ່ພະເຈົ້າໄຊຍະ ເຊດຖາທິຣາດ ສູ່ຫໍທຳມະສະພາ ເພື່ອສະເຫຼີມສະຫຼອງ

ທ່ານຮູ້ຫຼືບໍ່ວ່າ ມື້ນີ້ ຢູ່ບໍລິເວນພະທາດຫຼວງ ມີພິທີຫຍັງ ? ທ່ານ ສຸກສະໄໝ ຈັນທະມາດ ອະດີດຮອງເຈົ້າແຂວງອັດຕະປື ໃຫ້ສຳພາດວ່າ: ມື້ນີ້ ແມ່ນພິທີແຫ່ຮູບຫຼໍ່ພະເຈົ້າໄຊຍະ ເຊດຖາທິຣາດ ສູ່ຫໍທຳມະສະພາ ເພື່ອສະເຫຼີມສະຫຼອງ, ຄົບງັນ ແລະ ເຮັດພິທີກຳທາງສາສະໜາ ໂດຍໄດ້ເລີ່ມມາ ແຕ່ເວລາ 8:00 ໂມງ ເປັນຕົ້ນໄປ ລະຫວ່າງວັນທີ 21-26 ກໍລະກົດ 2020 ແລະ ໃນວັນທີ 26 ກໍລະກົດ ຕອນເຊົ້າຈະມີພິທີຕັກບາດພະສົງ 39 ອົງຕາມອາຍຸ ຂອງເຈົ້າໄຊຍະ ເຊດຖາທິຣາດ.

ຈາກນັ້ນກໍ່ຈະແຫ່ລົງໄປ ວັນທີ 27 ກໍລະກົດ ຈະໄປພັກແຮມ ແລະ ຄົບງັນຢູ່ແຂວງບໍລິຄຳໄຊ; ວັນທີ 28 ກໍລະກົດ ເຄື່ອນລົງແຂວງຄຳມ່ວນ; ວັນທີ 29 ແມ່ນຢູ່ແຂວງສະຫວັນນະເຂດ ແລະ ວັນທີ 30 ຢູ່ແຂວງຈຳປາສັກ ແລະ ວັນທີ 31 ຈະເຄື່ອນຍ້າຍລົງໄປຮອດແຂວງອັດຕະປື ພ້ອມຕອນຄໍ່າຈະມີພິທີສູດ, ມື້ຖັດໄປຈະມີພິທີຕັກບາດ ແລະ ຍົກຮູບຫຼໍ່ຂຶ້ນໄວ້ແທ່ນປະດິດສະຖານຢູ່ອະນຸສາວະລີ ຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ແລະ ຕະຫຼອດການແຫ່ລົງໄປ ຂໍເຊີນຊວນບັນດາພໍ່ແມ່ປະຊາຊົນຢູ່ບັນດາແຂວງທາງຜ່ານຜູ້ມີຈິດໃຈເຫຼືອມໃສ ຫຼື ໃສສັດທາ ກໍ່ສາມາດປະກອບກິດຈະກຳຕ່າງໆຮ່ວມກັນໄດ້.

ໂຄງການກໍ່ສ້າງອານຸສາວະລີ ພະເຈົ້າໄຊຍະ ເຊດຖາທິຣາດ ຢູ່ແຂວງອັດຕະປື ເປັນໂຄງການລະດັບຊາດ ທີ່ໄດ້ລິເລີ່ມມາແຕ່ປີ 2014 ໄດ້ຮັບການແຕ່ງຕັ້ງຄະນະກຳມະການຊີ້ນຳຈາກນາຍົກລັດຖະມົນຕີ ຜ່ານມາຄະນະກໍ່ໄດ້ມີການຄົ້ນຄວ້າເນື້ອໃນ ຮູບແບບ ການຄິດໄລ່ອອກແບບຕ່າງໆ ແລະ ມາຮອດປັດຈຸບັນການກໍ່ສ້າງພື້ນທີ່ສວນອານຸສາວະລີແມ່ນສຳເລັດຂັ້ນພື້ນຖານແລ້ວເປັນຕົ້ນແມ່ນການສ້າງແທ່ນຕັ້ງອານຸສາວະລີ, ອານຸສາວະລີ ພະເຈົ້າໄຊຍະ ເຊດຖາທິຣາດ ແມ່ນໄດ້ເທຫຼໍ່ດ້ວຍທອງເຫຼືອງບໍລິສຸດມີນໍ້າໜັກ 18 ໂຕນ ຮູບຊົງອົງແມ່ນປະທັບ ຫຼື ຂີ່ຊ້າງປະທານພອນ ລວມມູນຄ່າໂຄງການທັງໝົດ 39 ຕື້ກີບ.

ສັດທາສ້າງຄອບຄົວຂອງ ທ່ານ ຈູມມະລີ ໄຊຍະສອນ ອາດີດປະທານປະເທດ ສປປ ລາວ ແລະ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ທີ່ເປັນເຈົ້າພາບເຈົ້າສັດທາຫຼໍ່ຮູບສົມເດັດພຣະເຈົ້າໄຊຍະ ເຊດຖາທິຣາດ ມະຫາກະສັດຂອງລາວເຮົາທີ່ມີຜົນງານອັນໂດດເດັ່ນ ເປັນບັນພະບູລຸດຜູ້ທີ່ມີຄຸນອັນໃຫຍ່ຫຼວງຕໍ່ປະເທດຊາດ ເຊິ່ງຮູບຫຼໍ່ແມ່ນຫຼໍ່ຈາກທອງເຫຼືອງໜັກເຖິງ 18 ໂຕນ ເພື່ອຈະນຳໄປປະດິດສະຖານຢູ່ອະນຸສາວະລີ ຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື.

ສາລະໜ້າຮູ້