ຂ່າວດ່ວນ! ຈັດສົ່ງແຮງງານມຽນມາຈາກ ສປປລາວກັບປະເທດແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງ
ວັນທີ 10 ກໍລະກົດ 2020 ນີ້ ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການເລື່ອງທີ່ ສປປ ລາວ ຈັດສົ່ງແຮງງານມຽນມາ ທີ່ເຂົ້າມາອອກແຮງງານຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ກັບຄືນປະເທດ ແລ້ວກວດພົບເຊື້ອພະຍາດໂຄວິດ-19 ຢູ່ນະຄອນຢາງກຸ້ງຂອງມຽນມາ ຕາມເວບໄຊກະຊວງສາທາລະນະສຸກຂອງມຽນມາ.
ທ່ານໃດເຮັດວຽກສາມຫຼ່ຽມຄຳເຊັບຕົວເອງດ່ວນເດີ່