ເນື່ອງຈາກການລະບາດຂອງພະຍາດ COVID-19 ຮ້າຍແຮງ ແລະ ແຜ່ລາມຢູ່ຫຼາຍກ່ວາ 49 ປະເທດໃນທົ່ວໂລກ ລວມທັງປະເທດອ້ອມຂ້າງ ສປປ ລາວ. ມາຮອດວັນທີ 28 ກຸມພາ 2020 ມີຜູ້ເປັນພະຍາດດັ່ງກ່າວແລ້ວ 83.391 ຄົນ, ມີຜູ້ເສຍຊີວິດ 2.858 ຄົນ
ຈາກການປະເມີນດ້ານວິຊາການເຫັນວ່າ ປະເທດເຮົາມີຄວາມສ່ຽງສູງທີ່ຈະມີຜູ້ຕິດເຊື້ອ ແລະ ມີການລະບາດຂອງພະຍາດ COVID-19 ຖ້າພວກເຮົາບໍ່ມີມາດຕະການທີ່ເໝາະສົມໃນການປ້ອງກັນ ແລະ ຄວບຄຸ້ມພະຍາດດັ່ງກ່າວ. ແຕ່ລັດຖະບານລາວ ກໍບໍ່ໄດ້ລົດລະຄວາມພະຍາຍາມຕໍ່ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕິດຕາມກໍລະນີທີ່ສົງໃສ ໂດຍໄດ້ເຮັດວຽກຕະຫລອດ 24 ໂມງໃນແຕ່ລະມື້
ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ສຳພາດໃນຕອນບ່າຍຂອງວັນທີ 28 ກຸມພາ 2020 ໂດຍໄດ້ຮຽກຮ້ອງໃຫ້ໝົດທຸກຄົນໃຫ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນທີ່ສຸດ ໃນການປ້ອງກັນໂຕເອງ ແລະ ໃຫ້ລີກລ້ຽງຈາກການຊຸມນຸມທີ່ໃຊ້ຄົນຫລາຍ ເພື່ອຫລຸດຜ່ອນຄວາມສ່ຽງໃນການຕິດເຊື້ອພະຍາດດັ່ງກ່າວ