ບຸກຄົນ 2 ຄົນດັ່ງກ່າວ ທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ອອກແຈ້ງການຈັບນັ້ນເປັນຄົນຈີນ ຊື່ທ້າວ Run An Xiao Baiyun Distrit ເມືອງກວາງໂຈ ມົນທົນກວາງຕຸ້ງ ສປ ຈີນ ແລະ ນາງດວງຕາ ເບີກໄຊຍະພູມ ອາຍຸ 25 ປີ, ສັນຊາດລາວ ຢູ່ບ້ານ ດອນສາງໄຜ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.
ຮອດປະຈຸບັນນີ້ຍັງບໍ່ສາມາດຈັບກຸມ ທ້າວ Run An Xiao Baiyun Distrit ແລະ ນາງດວງຕາ ເບີກໄຊຍະພູມ ໄດ້ເທື່ອ ແລະ ຍັງບໍ່ສາມາດຮູ້ວ່າພວກກ່ຽວຢູ່ໃນນະຄອນຫຼວງ ຫຼື ຢູ່ແຂວງໃດ, ສາມາດຈັບໄດ້ພຽງແຕ່ຜູ້ເຄາະຮ້າຍຄື ນາງນ້ອຍເທົ່ານັ້ນ (ຜູ້ຍິງທີ່ບໍ່ໃສ່ແວນຕາ ຕາມຄິບວິດີໂອ). ສ່ວນລາຍລະອຽດຕ່າງໆຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນນາງນ້ອຍຂອງເຈົ້າໜ້າທີ່.
ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບແຈ້ງຕໍ່ທີມງານວຽງຈັນທາຍ ມື້ເຊົ້ານີ້ວັນທີ 15 ຕຸລາກ່ຽວກັບຄວາມຄືບໜ້າຫຼ້າສຸດຂອງການຈັບກຸມ 2 ຄົນທີ່ພົວພັນກັບ ການທໍາອະນາຈານເດັກຫຼັງຈາກທີ່ໄດ້ອອກແຈ້ງການມື້ວັນທີ 11 ຕຸລາ 2020 ທີ່ຜ່ານມາ