ເວບໄຊ້ Dispatch ຂອງເກົາຫຼີໃຕ້ ເຜີຍລາຍງານວ່າ ມີຜົນການວິໄຈ ການເບິ່ງຮູບຜູ້ຊາຍຫຼໍ່ໜ້າຕາດີ ຊ່ວຍໃຫ້ຄວາມສາມາດໃນການຈື່ຈຳດີຂຶ້ນ ໂດຍງານວິໄຈດັ່ງກ່າວຖືກເຜີຍແຜ່ເມື່ອປີທີ່ຜ່ານມາ ແຕ່ເມື່ອບໍ່ນານມານີ້ໄດ້ກັບມາເປັນທີ່ສົນໃຈອີກຄັ້ງ
ຕາມລາຍງານຂອງລາຍການ Discovering Life ທາງຊ່ອງKBS-1TV ງານວິໄຈດັ່ງກ່າວໄດ້ເຮັດການທົດລອງກັບຜູ້ຍິງໄວກາງຄົນ ໂດຍຄັ້ງທຳອິດໃຫ້ຈົດຈຳຊື່ຄົນພາຍໃນ 1 ນາທີ ຕໍ່ມາໃຫ້ຈົດຈຳຊື່ຄົນພ້ອມກັບຮູບພາບຊາຍໜຸ່ມຫຼໍ່ ຜົນປາກົດວ່າ ເມື່ອໃຫ້ຈຳຊື່ພ້ອມກັບພາບໜຸ່ມຫຼໍ່ ຄຳຕອບທີ່ຖືກຕ້ອງເພີ່ມຫຼາຍຂຶ້ນໃນອັດຕາສະເລ່ຍ 2 ເປັນ 4
ນອກຈາກນີ້ ຍັງມີການຢືນຢັນໂດຍການໃຊ້ວິທີການກວດຄື້ນໄຟຟ້າສະໝອງ(Electroencephalogram ຫຼື EEG)ພົບວ່າ ເມື່ອຜູ້ຍິງເບິ່ງຮູບຜູ້ຊາຍຫຼໍ່ຄື້ນສະໝອງມີປະຕິກິລິຍາ ຕອບສະໜອງທີ່ຫຼາຍກວ່າປົກກະຕິ ໂດຍ ດຣ ລີ ຈິດຕະແພດຜູ້ເຮັດການວິໄຈກ່າວວ່າ ຈາກການທົດລອງດັ່ງກ່າວ ສາມາດຢືນຢັນໄດ້ວ່າ: ລະດັບການກະຕຸ້ນຂອງສະໝອງ ກັບຂະມັບມີຄວາມສຳພັນກ່ຽວເນື່ອງກັບຄວາມຈຳ ທັງນີ້ການເບິ່ງຮູບຜູ້ຊາຍຫຼໍ່ບໍ່ພຽງແຕ່ຈະເຮັດໃຫ້ຄວາມຈຳດີຂຶ້ນ ແຕ່ຍັງເຮັດໃຫ້ຮູ້ສຶກດີ ແລະ ກະຕຸ້ນສະໝອງໃຫ້ຄິດບວກນຳອີກ.
ແນວໃດກໍ່ຕາມ ສຳລັບຜູ້ຊາຍ ການເບິ່ງຮູບຜູ້ຍິງງາມ ບໍ່ສົ່ງຜົນໃດໆ ຫຼື ຈະເວົ້າອີກຢ່າງໜຶ່ງກໍ່ຄື ການເບິ່ງເພດກົງກັນຂ້າມທີ່ໜ້າຕາດີຊ່ວຍເຮັດໃຫ້ຄວາມຈຳດີຂຶ້ນສະເພາະໃນເພດຍິງເທົ່ານັ້ນ. ໂດຍ ດຣ ຊອນ ແພດຜູ້ຮ່ວມວິໄຈກ່າວວ່າ ເນື່ອງຈາກຜູ້ຊາຍມັກຈະມີພາວະຈິດໃຈບໍ່ນິ່ງ ເມື່ອໄດ້ເຫັນສິ່ງບັນເທີງໃຈ ເຮັດໃຫ້ຄວາມຈຳ ແລະ ສະມາທິຫາຍໄປ.