ເມື່ອວັນທີ່ 09/09/2020 ມີຜູ້ໃຊ້ເຟສບຸກຊື່: แอนนา แก้ววงคำจัน ໄດ້ໂພສວ່າ
ນ້ອງຄືສິມາຈາກເອື້ອຍ ຈາກພໍ່ແມ່ເຈົ້າໄປໄວແທ້ຂໍໃຫ້ນ້ອງໄປເປັນນາງຟ້າຢູ່ເທິງສະຫວັນ ຊັ້ນຟ້າ ບ່ອນເຂົ້າບໍ່ໄດ້ຫາປາບໍ່ໄດ້ຊື້ພຸ້ນເດີ
ຕໍ່ມາກໍ່ໄດ້ອາທິບາຍເຖິງສາເຫດຂອງການເສຍຊີວິດວ່າ:
ກ່ອນອື່ນກໍ່ຂໍຂອບໃຈນຳທຸກຄົນທີ່ໃຫ້ກຳລັງໃຈ ແລະເປັນຫ່ວງເປັນໄຍ ໃຫ້ຄຳແນະນຳກັບພວກເຮົາ ສຳລັບການເສຍຊີວິດຂອງນ້ອງຕາມທີ່ເພິ່ນວ່ານັ້ນ ແມ່ນນ້ອງໄດ້ນອນເວັນແຕ່11ໂມງ ແລ້ວພໍຮອດ 2ໂມງ ເພິ່ນຈະປຸກໄປອາບນໍ້າ ແຕ່ນ້ອງກໍ່ບໍ່ຕື່ນ ເມື່ອເພິ່ນໄດ້ຫງາຍໜ້ານ້ອງຂຶ້ນ ເພາະນ້ອງນອນໝູບຢູ່ ແລະໃນເວລານັ້ນນ້ອງກໍ່ໝົດລົມຫາຍໃຈແລ້ວ
ສຳລັບການສັນນະສູດແມ່ນເພິ່ນບໍ່ໄດ້ເຮັດຈຶ່ງບໍ່ຮູ້ສາເຫດວ່ານ້ອງເສຍຊີວິດຍ້ອນຫຍັງແທ້ ແລະ ພາກສ່ວນທີ່ກ່ຽວຂ້ອງຍອມຮັບຜິດຊອບໝົດທຸກຢ່າງ ຂ້ອຍເອງກໍ່ບໍ່ຮູ້ຂໍ້ມູນຢ່າງຊັດເຈນເທື່ອ ຖ້າມີຄວາມຄືບໜ້າແນວໃດຈະແຈ້ງໃຫ້ຮັບຮູ້ຕື່ມເດີ ຂອບໃຈ
ແນວໃດກໍຕາມທາງທີມງານ ສື່ລາວ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ສູນເສຍດ້ວຍ ຂໍໃຫ້ນ້ອງໄປສູ້ພາກພູມທີ່ດີເດີ