ເປັນເລື່ອງລາວທີ່ໜ້າປະທັບໃຈຫຼາຍ ສໍາລັບເລື່ອງລາວຂອງສາວຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຊື່ດັງຂອງໄທ ແຕ່ກໍ່ປະຕິເສດບໍ່ໄດ້ວ່າສາວຕ່າຍກໍ່ມີອິດທິພົນຕໍ່ຄົນລາວຈໍານວນຫຼາຍເຊັ່ນກັນ ເພາະຜົນງານເພງຂອງເພິ່ນດັງ ແລະ ຖືກໃຈແຟນເພງລາວບໍ່ໜ້ອຍ.
ເປັນທີ່ຮູ້ຈັກກັນຢູ່ແລ້ວວ່າສາວຄົນນີ້ນອກຈາກເປັນນັກຮ້ອງສຽງດີແລ້ວ ຍັງໃຈດີນໍາອີກ ມື້ນີ້ມີອີກເຫດການມາຢືນຢັນ ຄວາມໃຈດີນັ້ນ ເມື່ອຜູ້ກາຽວຕັດສິນໃຈເດີນທາງໄປພົບກັບແຟນເພງຂອງຕົນທີ່ກໍາລັງປ່ວຍເປັນມະເລັງ.
ໂດຍແຫຼາງຂ່າວໃຫ້ຮູ້ວ່າ: ແມ່ຂອງຍິີງສາວລາຍໜຶ່ງ ປ່ວຍເປັນມະເລັງ ແລະ ຄໍາຂໍຂອງແມ່ລາວແມ່ນ ຢາກພົບໜ້າ ຕ່າຍ ອໍລະໄທ ຈັກຄັ້ງໜຶ່ງ, ເຊິ່ງດ້ານລູກສາວເອງ ໄດ້ພະຍາຍາມສົ່ງຂໍ້ຄວາມໄປຫານັກຮ້ອງດັງຄົນດັ່ງກ່າວ ແຕ່ໃນໃຈເລິກໆ ກໍ່ແອບເຂົ້າໃຈວ່າຄົງບໍ່ມີໂອກາດຈະໄດ້ເຮັດຕາມຄວາມປາຖະໜາຂອງຜູ້ເປັນແມ່ ແຕ່ແລ້ວປະຕິຫານກໍ່ເກີດຂຶ້ນຈິງ ຕ່າຍ ອໍລະໄທ ເດີນທາງໄປຢ້ຽມອາການແມ່ສາວຄົນນີ້ແລ້ວ.
ຈາກພາບທີ່ຖືກເຜີຍແຜ່ອອກມາ ເຫັນໄດ້ວ່າແຟນເພງຜູ້ປ່ວຍເປັນມະເລັງແມ່ນມີຄວາມດີໃຈຫຼາຍ ພ້ອມສະແດງສີໜ້າທີ່ມີຄວາມສຸກ ພ້ອມຮອຍຍິ້ມອອກມາ ເມື່ອສິນລະປິນໃນດວງໃຈເຂົ້າມາຫາຮອດຕຽງ.