ເປັນຂ່າວດ່ວນທີ່ບໍ່ເພິ່ງປາຖະໜາ ເມື່ອດາລາຕະຫຼົກຂອງໄທ ໂຣເບີດ ສາຍຄວັນ ໄດ້ຈາກໂລກນີ້ໄປແລ້ວໃນຕອນຄ່ຳວັນທີ 19 ກັນຍານີ້ ຕາມຂ່າວຈາກຄົນໃກ້ຊິດ ຫຼັງຈາກທີ່ຜູ້ກ່ຽວໄດ້ນອນຮັກສາຕົວຢູ່ໂຮງໝໍມາຍາວນານ ດ້ວຍພະຍາດມະເຮັງປອດ.
ໂຣເບີດສາຍ ຄວັນ ນັບແຕ່ເຂົ້ານນອນໂຮງໝໍບັນດາເພື່ອນໆນັກສະແດງໄດ້ແວ່ວຽນໄປຢ້ຽມຢາມບໍ່ຂາດ ແຖມຜູ້ກ່ຽວກໍ່ສະແດງອາການຕະຫຼົກເຮຮາຕ້ອນຮັບຜູ້ໄປຢາມຕະຫຼອດມາ ເພື່ອບໍ່ໃຫ້ໃຜໂສກເສົ້າເຖິງຕົນຈະເຈັບໜັກກໍ່ຕາມ.
ແນວໃດກໍ່ຕາມ ຂ່າວໃໝ່ຫຼ້າສຸດກ່ອນການເສຍຊີວິດນັ້ນຄື ວັນທີ 17 ກັນຍາ ໝູ່ເພື່ອນໃນວົງການຕະຫຼົກທີ່ໃກ້ຊິດໂຣເບີດ ສາຍຄວັນລວມເຖິງ ເມຍ ແລະລູກຂອງໂຣເບີດໄດ້ຖະແຫຼງວ່າ ຈາກການກວດຂອງໝໍແມ່ນບໍ່ພົບເຊື້ອມະເຮັງແລ້ວ ແຕ່ພົບເຊື້ອວັນນະໂລກປອດ ໂດຍຢູ່ໃນຊ່ວງໃຫ້ຢາໄປເລື້ອຍໆ ເພື່ອຂ້າເຊື້ອແຕ່ຕອນນີ້ຮ່າງກາຍໂຣເບີດອ່ອນແອຫຼາຍເຫຼືອປອດພຽງຂ້າງດຽວຈິ່ງຍາກໃນການຮັກສາ.
ແຕ່ມາຮອດຕອນຄ່ຳວັນທີ 19 ກັນຍານີ້ກັບໄດ້ຂ່າວຈາກ ບອນເຊີນຍີ້ມວ່າ ໂຣເບີດ ສາຍຄວັນໄດ້ຈາກໂລກນີ້ໄປແລ້ວ ເຊິ່ງເຫັນວ່າບັນດາເພື່ອນໆໃນວົງການລວມທັງແຟນຄັບຕ່າງກໍ່ເຂົ້າໄປສະແດງຄວາມເສຍໃຈເປັນທີ່ສຸດກັບການສູນເສຍຄັ້ງນີ້.
ໂຣເບີດ ສາຍຄວັນ ມີຊື່ແ້ທ້ວ່າ: ໄພຊູນ ພຸ່ມຣັດ ຊື່ຫຼິ້ນວ່າ ໝັ່ງ ເກີດເມື່ອວັນທີ່ 7 ພະຈິກ ປີ 1966 ມີພໍ່ເປັນຊາວອາເມຣິກັນ ຜີວດຳ ແມ່ເປັນຄົນໄທ ແຕ່ພໍ່ແມ່ໄດ້ໜີໄປຢູ່ອະເມກາໝົດປະໃຫ້ ໂຣເບີດກັບນ້ອງສາວຢູ່ກັບແມ່ເຖົ້າແຕ່ນ້ອຍ ດາລາຕະຫຼົກຄົນນີ້ຈິ່ງບໍ່ໄດ້ເຂົ້າຮຽນມາແຕ່ນ້ອຍ ແຖມຕິດເຫຼົ້າມາແຕ່ເດັກ ຈົນມາຮອດອາຍຸ 12 ປີຈິ່ງເລີ່ມປະກອບອາຊີບຢ່າງຈີງຈັງໂດຍການເປັນແອັດລົດສອງແຖວ ເຮັດໃຫ້ໄດ້ສະໜິດກັບວັນຊາດ ພຶ່ງຊ່ຳ ຫຼື ໜູຄອງເຕີຍ ດາວຕະຫຼົກລະດັບຕຳນານຜູ້ລ່ວງລັບ.
ແຕ່ການເຂົ້າມາສູ່ວົງການບັນດເທິງຂອງ ໂຣເບີດ ແມ່ນດ້ວຍການເປັນມືກອງ ແລະ ລະນາດໃຫ້ກັບວົງລິເກວົງໜຶ່ງ ຈາກນັ້ນກໍ່ຄ່ອຍໆແຊກເຂົ້າເປັນຕົວລະຄອນການສະແດງເລຶ້ອຍມາຈົນມີຊື່ສຽງທີ່ທຸກຄົນຮູ້ຈັກໃນນາມໂຣເບີດ ສາຍຄວັນ.