ເລື່ອງເລກເລື່ອງດວງບໍ່ເຂົ້າໃຜອອກໃຜ ບາງຄົນຊື້ຫຼາຍເທົ່າໃດກໍບໍ່ຖືກ ແຕ່ກັບບາງຄົນຊື້ບໍ່ພໍເທົ່າໃດກໍຖືກ ແລະ ເລື່ອງລາວຕໍ່ໄປນີ້ກໍສ້າງສຽງຮືຮາໃຫ້ກັບບັນດາຄໍຫວຍຊາວລາວໄດ້ເປັນຢ່າງດີ ເພາະດົນໆຈຶ່ງຈະເຫັນວ່າມີຜູ້ຖືກລາງວັນໃຫຍ່ຈັກຄັ້ງຈັກເທື່ອ
ໃນການອອກຫວຍງວດວັນທີ 29 ຕຸລາ 2020 ປາກົດວ່າມີການເຜີຍແຜ່ເລື່ອງລາວຂອງຊາຍໜຸ່ມຄົນໜຶ່ງທີ່ບໍ່ໄດ້ມີການລະບຸຊື່ວ່າແມ່ນໃຜ ເຊິ່ງຜູ້ກ່ຽວດວງເຮັງສຸດ ຖືກທັງເລກ 3 ໂຕ, 4 ໂຕ ແລະ 5 ໂຕພ້ອມກັນ ເຮັດໃຫ້ກວາດເງິນລາງວັນໄປຫຼາຍກວ່າ 300 ລ້ານກີບ.
ຜູ້ໃຊ້ເຟສບຸກຊື່ Phai Khamphai ໄດ້ໂພສຮູບພາບຂອງຊາຍຄົນໜຶ່ງເຊິ່ງຖືໃບຫວຍຢູ່ ແລະ ໃບຫວຍນັ້ນໄດ້ຖືກລາງວັນເລກ 5 ໂຕ ທີ່ອອກ 65686 ລວມທັງເລກ 4 ໂຕ ແລະ 3 ໂຕນຳອີກ.
ສຳລັບເລກ 5 ໂຕ ຜູ້ກ່ຽວຊື້ 6,000 ກີບ ຈະໄດ້ເງິນລາງວັນລວມ 240 ລ້ານກີບ (40 ລ້ານກີບ ຕໍ່ 1,000 ກີບ), ເລກ 4 ໂຕ ຊື້ 10,000 ກີບ ໄດ້ເງິນລາງວັນ 60 ລ້ານກີບ (6 ລ້ານກີບຕໍ່ 1,000 ກີບ) ແລະ ເລກ 3 ໂຕ ຊື້ 10,000 ກີບ ຈະໄດ້ເງິນລາງວັນ 5 ລ້ານກີບ (5 ແສນກີບ ຕໍ່ 1,000 ກີບ). ລວມເງິນລາງວັນທັງໝົດທີ່ຈະໄດ້ແມ່ນ 305 ລ້ານກີບ.
ທັງນີ້ຄາດວ່າໜຸ່ມຜູ້ໂຊກດີຄົນນີ້ໜ້າຈະແມ່ນຄົນນະຄອນຫຼວງວຽງຈັນ ເນື່ອງຈາກໃບຫວຍທີ່ຖືກເລກແມ່ນເປັນໃບຫວຍທີ່ຂາຍໃນນະຄອນຫຼວງວຽງຈັນ.
ກໍຖືວ່າເປັນເລື່ອງຂອງຄວາມໂຊກດີທີ່ໃຜໆກໍອິດສາ ແລະ ຢາກໃຫ້ໂຕເອງມີໂຊກແບບນີ້ຄືກັນ. ແນວໃດກໍຕາມ ການຊື້ຫວຍເປັນການລົງທຶນທີ່ມີຄວາມສ່ຽງ ສ່ຽງໂຊກແຕ່ພໍຄວນ ຈຶ່ງບໍ່ລຳບາກສະພາບການເງິນຂອງໂຕເອງເດີ້.