ສຸດເສົ້າຄອບຄົວໜູຫ່ວງ…ອາຈານໂກສິນ ໜູຫ່ວງ ສູນເສຍນ້ອງຊາຍບໍ່ຮອດປີ ເມຍສຸດທີຮັກມາຈາກໄປອີກຄົນ

ສຸດເສົ້າຄອບຄົວໜູຫ່ວງ…ອາຈານໂກສິນ ໜູຫ່ວງ ສູນເສຍນ້ອງຊາຍບໍ່ຮອດປີ ເມຍສຸດທີຮັກມາຈາກໄປອີກຄົນ

​ຂ່າວ​ເສົ້າ​ວົງ​ການ​ບັນ​ເທີງ​ອີກ​ແລ້ວ ເມື່ອ​ລ້າ​ສຸດ ເອື້ອຍ ຄຳ​ພຸດ ພັນ​ລະ​ຍາ ຂອງ ກິ​ດາວ ເພັດ ໜູ​ຫ່ວງ ອອກ​ມາ​ໂພ​ສ​ພາບ ແລະ ແຈ້ງ ຂ່າ​ວ​ເສົ້າ​ວ່າ ປ້າແປງ ຜູ້​ເປັນ​ປ້າ​ຂອງ ນ້ອງ​ບິກ, ເປັນ​ເອື້ອຍ​ໄພ້ ຂອງ ເອື້ອຍ​ຄຳ​ພຸດ ໄດ້​ຈາ​ກ​ໄປ​ແລ້ວຫຼັງ​ປ່ວຍ​ເຂົ້າ​ໂຮງ​ໝໍ​ມາ​ດົນ

ໃນວັນທີ 18 ກັນຍາ 2020 ທີ່ຜ່ານມາ ເມຍຂອງອາຈານ ໂກສິນ ໜູຫ່ວງ ກໍ່ເຂົ້າໂຮງໝໍດ່ວນ ຈົນມາຮອດວັນທີ 23 ກັນຍາ 2020 ເອື້ອຍຄໍາພຸດໜູຫ່ວງ ເມຍອາຈານ ກິ ດາວເພັດ ໜູຫ່ວງ ໄດ້ອອກມາແຈ້ງຂ່າວເສົ້າວ່າ ແມ່ຕູ້ແປງ ເມຍຂອງອາຈານໂກສິນ ໜູຫ່ວງ ເສຍຊີວິດແລ້ວ

ປີນີ້ຖືເປັນປີແຫ່ງການສູນເສຍຂອງຕະກູນໜູຫ່ວງ ເພາະກ່ອນໜ້ານີ້ໃນຊ່ວງເດືອນເມສາ 2020 ແມ່ນໄດ້ສູນເສຍ ອາຈານ ກິ ດາວເພັດ ໜູຫ່ວງ ໄປແລ້ວ ຜ່ານມາບໍ່ດົນຜູ້ເປັນລູກຊາຍຂອງອາຈານກິ ດາວເພັດ ໜູຫ່ວງກໍ່ຕ້ອງເຂົ້າຫ້ອງຜ່າຕັດດ່ວນ ແຕ່ໂຊກດີທີ່ນ້ອງບອຍປອດໄພດີ

ແນວໃດກໍ່ຂໍສະແດງຕວາມເສຍໃຈຕໍ່ຄອບຄົວຂອງອາຈານ ໂກສິນ ໜູຫ່ວງດ້ວຍ

ຂ່າວທົ່ວໄປ