ຂ້ອຍເປັນຜູ້ຍິງໂຊກດີທີ່ພົບຮັກກັບຊາຍຄົນນີ້ ສາວໂພສເຖິງແຟນ ຫຼັງຄົບກັນໄດ້ 4ເດືອນ

ຂ້ອຍເປັນຜູ້ຍິງໂຊກດີທີ່ພົບຮັກກັບຊາຍຄົນນີ້ ສາວໂພສເຖິງແຟນ ຫຼັງຄົບກັນໄດ້ 4ເດືອນ

ເປັນເລື່ອງລາວທີ່ໜ້າຮັກອີກເລື່ອງໜຶ່ງທີ່ແອັດມິນໄປພົບເຫັນ ແລະ ຢາກນໍາມາແບ່ງປັນໃຫ້ແຟນເພຈໄດ້ຮັບຮູ້ນໍາກັນ ກັນເລື່ອງລາວຄວາມຮັກຂອງໜຸ່ມສາວ ທີ່ຄົບກັນມາບໍ່ດົນ ແຕ່ຜ່ານທຸກຜ່ານສຸກ, ຊ່ວຍເຫຼືອເບິ່ງແຍງ ເຂົ້າໃຈກັນທຸກຢ່າງ, ຫຼ້າສຸດ ຝ່າຍຍິງໂພສເລົ່າເຖິງແຟນໜຸ່ມພ້ອມເຜີຍທຸກຄວາມໃນໃຈ ໃນມື້ຄົບຮອບ 4ເດືອນ.

ຫຼໍ່ງາມສົມກັນ

ໂດຍຜູ້ໃຊ້ເຟສບຸກຊື່ Keøøudonë VaenĶham  ໄດ້ໂພສພາບພ້ອມຂໍ້ຄວາມວ່າ: ເຮົາຄືຜູ້ຍິງທີ່ໂຊກດີທີ່ໄດ້ພົບຄວາມຮັກກັບຜູ້ຊາຍຄົນນີ້…ຜູ້ຊາຍຄົນນີ້ໃນສາຍຕາເຮົາ ແລະ ຄົນອ້ອມຂ້າງລວມເຖິງພໍ່ແມ່ ຄອບຄົວຂອງເຮົາ ເຂົາຄື ‘’ຄົນດີ’’  ຄອບຄົວຂອງເຂົາທຸກຄົນຮັກ ແລະເອັນດູເຮົາຄືລູກຫລານໃນຄອບຄົວເຂົາເລີຍ ເຂົາເຈົ້າບໍ່ເຄີຍເອີ້ນເຮົາ “ອີ່” ຈັກເທື່ອ ບໍ່ເຄີຍດ່າເຮົາແມ້ແຕ່ຄຳດຽວ ບໍ່ເຄີຍຂື້ນດ່າ “ມືງ ກູ” ຕໍ່ໃຫ້ຮ້າຍກັນຄຽດກັນຊ່ຳໃດ!! ເຂົາຊື່ສັດໃນຮັກມາຕະຫລອດບໍ່ເຄີຍມີເລື່ອງຜູ້ຍິງເຂົ້າມາເລີຍ..(ນອກຈາກເຮົາແອບຫືງເອງ ແລະມີເລື່ອງເຂົ້າໃຈຜິດເລັກນ້ອຍ ) ເຂົາບໍ່ແມ່ນຜູ້ຊາຍເສເພ ບໍ່ພົວພັນສິ່ງບໍ່ດີ ບໍ່ເມົາເປັນຊີວິດຈິດໃຈຄືໄວລຸ້ນຄົນອື່ນ.

ເພື່ອແຟນເຮັດໄດ້ທຸກຢ່າງ

ໃນມື້ທີ່ເຮົາມີປາກສຽງກັນແນ່ຜິດຖຽງກັນ ຮ້າຍກັນຄຽດກັນ ເຂົາບໍ່ເຄີຍທຳຮ້າຍຮ່າງກາຍເຮົາ ມີແຕ່ດຶງເຮົາໄປກອດ ທັງຍໍມືນົບພ້ອມກັບຄຳວ່າ “ຂໍໂທດ” ເຖິງເຂົາຊິຜິດຫຼືບໍ່ຜິດກະຕາມ ຍາມມີເລື່ອງທຸກໃຈມີປັນຫາເລື່ອງເງິນເລື່ອງຄອບຄົວແນ່ບາງເທື່ອ ເຂົາກະຊິຈັບມືເຮົາແລ້ວບອກກັບເຮົາສະເໝີວ່າ ເຮົາຊິສູ້ໄປພ້ອມກັນ ເຮົາຊິສ້າງທຸກຢ່າງ ໃຫ້ທຸກຄົນເຫັນໄປນຳກັນ ເຂົາເຮັດທຸກຢ່າງເພື່ອໃຫ້ເຮົາສະບາຍ ເຂົາສອນໃຫ້ເຮົາເຂັ້ມແຂງຄືເຂົາສະເໝີ ເປັນທີ່ປືກສາໃຫ້ກັນໃນທຸກໆຢ່າງ ຄອຍເວົ້າຄອຍຈົ່ມຍາມຝ່າຍໃດຝ່າຍໜຶ່ງເຮັດຜິດ ເຂົາບອກສະເໝີໃຫ້ສູ້ໃຫ້ອົດທົນໄປນຳກັນ ແທນທີ່ຊິຖິ້ມເຮົາໄປຫາຄວາມສຸກຄວາມສະໜຸກຄວາມສະບາຍ…ເຂົາກັບເລືອກສູ້ໄປກັບເຮົາ ຜູ້ຍິງທີ່ເຄີຍຖືກຖິ້ມໄປແບບງ່າຍໆ ເຂົາເລືອກທີ່ຈະດູແລຮັກສາຈິດໃຈທີ່ເຄີຍບອບຊ້ຳມາ.

ຮັກກັນດົນໆເດີ້

ສາວຄົນນີ້ຍັງບອກອີກວ່າ: ຂ້ອຍໄດ້ຄົບກັບຜູ້ຊາຍຄົນທີ່ໃຫ້ຄວາມສຸກ ແລະຮອຍຍິ້ມກັບຂ້ອຍທຸກມື້ ເຮົາສອງຄົນຊັດເຈນຕໍ່ກັນທຸກຢ່າງຜູ້ໃຫ່ຍທັງ 2ຝ່າຍຮັບຮູ້ ແລ້ວຕໍ່ໄປຈະເປັນໄປແບບໃດຕໍ່ນັ້ນປະໃຫ້ເປັນເລື່ອງຂອງອະນາຄົນເດີ.. ຂອບໃຈທຸກຢ່າງຂອບໃຈທີ່ເຂົ້າມາເປັນສ່ວນໝື່ງໃນຊີວິດ(ທີ່ເວົ້າມາກະບໍ່ໄດ້ຕັດສິນວ່າເຂົາດີໄປເບິດກະເບິ່ງນິໃສກັນຕໍ່ໄປ). ຂອບໃຈທຸກຄົນທີ່ເສຍເວລາອ່ານ, ຂໍໃຫ້ທຸກຄົນພໍ້ຮັກດີໆເດີ ໃຫ້ຄູ່ເຮົາໄດ້ເປັນແສງນຳທາງ ແລະເປັນແຮງບັນດານໃຈໃຫ້ອີກຫຼາຍໆຄົນ ແລະຫຼາຍໆຄູ່ນຳ.

ໃນຄວາມໂຊກຮ້າຍຂອງຂ້ອຍໃນມື້ນັ້ນ ຍັງເຮັດໃຫ້ຂ້ອຍໄດ້ພົບຄວາມໂຊກດີໃນມື້ນີ້ຂ້ອຍຄືຜູ້ຍິງທີ່ໂຊກດີ; ວັນທີ 19.04.2020 ມື້ແລກ ສູ່ 19.08.2020 ມື້ນີ້.

ຂ່າວທົ່ວໄປ