ນີ້ແມ່ນຂໍ້ຄວາມສາວປູ່ເປ້ ສາວນັກບິນລາວທີ່ທັງງາມທັງເກັ່ງໄດ້ຂຽນລະບາຍເຖິງພໍ່ທີ່ຈາກໄປ ອ່ານແລ້ວສຸດຊາບຊຶ້ງ:
ຄິດຮອດເຈົ້າເດ້ພໍ່ເອີ້ຍ ເຖິງລູກຊິ 30 ປີແລ້ວ ໃນສາຍຕາຂອງພໍ່ພໍ່ກໍ່ຍັງເບີ່ງລູກເປັນເດັກນ້ອຍຢູ່ສະເໝີ ຫ່ວງທຸກບາດຍ່າງ ຫ່ວງຮອດເຂົ້າແລງແກງງາຍ ຢ້ານແຕ່ລູກກິນບໍ່ອີ່ມ ອີ່ຫຍັງດີໆພໍ່ກໍ່ບອກໃຫ້ລູກກິນ ໄປໃສໄກ ໄປດົນ ພໍ່ກໍ່ບໍ່ໃຫ້ໄປ ຢາກໃຫ້ຢູ່ນຳເພີ່ນ ບໍ່ມີພໍ່ແລ້ວໃຜຊິໂທນຳລູກແບບນີ້ອີກ
ມັນຄືທໍລະມານຫົວໃຈແທ້ ຜ່ານມາບໍ່ເຄີຍເວົ້າຄຳວ່າຮັກໃຫ້ພໍ່ໄດ້ຍິນ ແຕ່ເຮັດທຸກຢ່າງໃຫ້ໄດ້ດັ່ງໃຈພໍ່ມາຕະຫຼອດ ພະຍາຍາມເປັນລູກສາວທີ່ດີ ເພື່ອໃຫ້ພໍ່ພູມໃຈ ເຂັ້ມແຂງໃຫ້ພໍ່ເຫັນ ແຕ່ມື້ນີ້ລູກອົດບໍ່ໄຫວ ຄິດຮອດພໍ່ທີ່ສຸດ ລູກຮັກພໍ່ທີ່ສຸດ
ອອຍນ້ຳຕາແອດມິນອອກຕອນໃດນິ ຈັ່ງໃດກໍ່ຂໍສະແດງຄວາມເສຍໃຈນຳເດີ