ທາງ ເຂົ້າຫມູ່ບ້ານລັບແລ ຊ່ອນຕົວລຶກລັບ ໃນກາງປ່າ ຄັ້ງຫນື່ງມະນຸດຢ່າງເຮົາຕ້ອງໄປສຳຜັດ
ຫມູ່ບ້ານທີ່ຊ່ອນຕົວຢູ່ໃນກາງພູຜາ ແລະ ຕັດຂັດຈາກຂາດຈາກໂລກພາຍນອກ, ຫມູ່ບ້ານນີ້ມີປະມານ 13 ຄອບຄົວ
ທາງເຂົ້າ- ອອກ ຕ້ອງຍ່າງຫຼອດຖ້ຳໄປອີກຝັ່ງຫນື່ງ ໃນຖ້ຳຈະມີນ້ຳລອດໄຫລຜ່ານ ເຫມືອນກັບປະຕູສະຫວັນທະລຸມິຕິເລີຍ ກໍ່ວ່າໃດ້ ໃຊ້ເວລາໃນການຍ່າງຜ່ານຖ້ຳນ້ຳລອດປະມານ 45ນາທີ ກໍ່ເຖີງອີກຝັ່ງຂອງຖ້ຳ
ເຊື່ອກັນວ່າ ເປັນເສັ້ນທາງສະໃຫມບູຮານ ໃນຖ້ຳນ້ຳໃສ ເຢັນ ໃນຫມູ່ບ້ານຈະມີວັດເກົ່າ ບູຮານສະຖານເກົ່າແກ່ ສະໃຫມອານາຈັກສີໂຄດຕະບອງ
ຫມູ່ບ້ານນີ້ຫນ້າຄົ້ນຫາ ແລະ ໄປສຳຜັດກັບບັນຍາກາດທີ່ງຽບສະຫງົບ ຄວາມສວຍງາມ ທຳມະຊາດ ຂອງເມືອງລັບແລ ແຫ່ງນີ້
ບ້ານນາກະຕຶບ ເມືອງຄູນຄຳ ແຂວງຄຳມ່ວນ