ໂອ້ຍດູຕົນເດ່..!!!ແມ່ນແທ້ບໍ? ເກີດລູກຢູ່ໂຮງໝໍ ຫົວເດັກອອກມາແລ້ວ ຈັບຍັດເຂົ້າໄປຄືນທາງເກົ່າ ແລ້ວປາດອອກ

ໂອ້ຍດູຕົນເດ່..!!!ແມ່ນແທ້ບໍ? ເກີດລູກຢູ່ໂຮງໝໍ ຫົວເດັກອອກມາແລ້ວ ຈັບຍັດເຂົ້າໄປຄືນທາງເກົ່າ ແລ້ວປາດອອກ

ຜູ້ໃຊ້ເຟສບຸກຊື່ Catty Panyanouvong ໄດ້ໂພສໃນວັນທີ 15 ພະຈິກ 2020 ວ່າ: ຂໍຄວາມຊ່ວຍເຫຼືອມາຍັງພໍ່ແມ່ໝູ່ເພື່ອນທຸກຄົນ ຂໍຊ່ວຍເຫຼືອຄອບຄົວທ້າວໄກ່ ແລະ ນາງໄກ່ນ້ອຍ ເລື່ອງມີຢູ່ວ່າ: ເມຍລາວໄດ້ເກີດລູກ ໃນວັນທີ13ເດືອນ11 ເກີດໄດ້3ມື້ແຕ່ຍັງໄດ້ໃສອົກຊີຕັ້ງແຕ່ມື້ເກີດ (ສາເຫດຄືວັນພະຫັດຕອນແລງເຈັບທ້ອງແລ້ວໄປໂຮງຫມໍກາງຄືນເຊົ້າວັນສຸກແລ້ວເຂົ້າຫ້ອງເກີດແຕ່ບໍ່ແມ່ນຫມໍໃຫຍ່ເກີດໃຫ້

ຫລັງຈາກເຂົ້າຫ້ອງເກີດທຳມະຊາດແລ້ວເກີດອອກໄດ້ແຕ່ຫົວແຕ່ໂຕບໍ່ອອກຫລັງຈາກເກີດບໍ່ໄດ້ຕ້ອງຖ້າປະມານ3ຊົ່ວໂມງຈັ່ງໄດ້ຜ່າຕັດແລ້ວເອົາຫົວເຂົ້າໄປຄືນແລ້ວເອົາອອກທາງໃຫມ່ເຮັດໃຫ້ແອນ້ອຍຂາດອາກາດຫາຍໃຈຈົນຮອດມື້ນີ້ຍັງບໍ່ຮູ້ສຶກໂຕແມ່ກະໄດ້ໃສເລືອດຢູ່ໂຮງຫມໍທັງແມ່ແລະລູກເນື່ອງຈາກວ່າຄອບຄົວຂາດເຂີນເງິນບໍ່ພໍຈ່າຍໂຮງຫມໍຄ່າຢາຄ່າອົກຊີໃຫ້ລູກ

ເລີຍຢາກຂໍຄວາມຊ່ວຍເຫຼືອນຳຜູ້ໃຈບຸນຊ່ວຍເຫລືອຫລານໄດ້ມີຊີວິດຢູ່ຕໍ່ຢ່າງປອດໄພ ຊ່ວຍແຊສຕໍ່ເປັນກຳລັງໃຈໃຫ້ຫຼານນ້ອຍແນ່ເດີ່

ເລີຍຢາກຂໍຄວາມຊ່ວຍເຫຼືອນຳຜູ້ໃຈບຸນຊ່ວຍເຫລືອຫລານໄດ້ມີຊີວິດຢູ່ຕໍ່ຢ່າງປອດໄພ ຊ່ວຍແຊສຕໍ່ເປັນກຳລັງໃຈໃຫ້ຫຼານນ້ອຍແນ່ເດີ່

ສາລະໜ້າຮູ້