ອອກມາແລ້ວ!! ລາຍລະອຽດການຈັດບຸນພະທາດຫຼວງປີ 2020 ນີ້ ກຳນົດຈັດພຽງແຕ່ 3 ວັນເທົ່ານັ້ນ.

ອອກມາແລ້ວ!! ລາຍລະອຽດການຈັດບຸນພະທາດຫຼວງປີ 2020 ນີ້ ກຳນົດຈັດພຽງແຕ່ 3 ວັນເທົ່ານັ້ນ.

 

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ; ລົງວັນທີ 15 ຕຸລາ 2020 ເຖິງເຈົ້າຄອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:

1. ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ແຕ່ການຈັດງານບຸນປີນີ້ ແມ່ນໃຫ້ຖືເອົາປະເພນີເປັນຕົ້ນຕໍ. ສ່ວນການຈັດຕະຫຼາດນັດ ວາງສະແດງສິນຄ້າ ແລະ ການຂາຍເຄື່ອງດື່ມ(ທີ່ມີທາດເຫຼົ້າ) ແລະ ງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສໍາລັບຮ້ານຂາຍອາຫານ, ເຄື່ອງດື່ມ(ທີ່ບໍ່ມີທາດເຫຼົ້າ), ຮ້ານຂາຍດອກໄມ້, ທູບ-ທຽນ ເພື່ອບູຊາ ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫຼາຍຈຸດ.

2 ສໍາລັບວັນ ແລະ ເວລາ ແມ່ນເຫັນດີໃຫ້ຈັດໃນລະຫວ່າງວັນທີ 29-31 ຕຸລາ 2020 (ກໍານົດໃຫ້ 3ວັນ) ຕາມການສະເໜີ, ລາຍລະອຽດມີດັ່ງນີ້:

ມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 29 ຕຸລາ 2020: ພິທີຄອບໄຄວ່ ແລະ ແຫ່ຜາສາດເຜິ້ງ.

ມື້ຂຶ້ນ 14ຄໍ່າ ເດືອນ 12ລາວ ກົງກັບວັນທີ 30 ຕຸລາ 2020 ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ.

ມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31ຕຸລາ 2020 ພິທີຕັກບາດ ແລະ ວຽນທຽນ. ສ່ວນຮູບແບບການຕັກບາດໃນຕອນເຊົ້າ ແມ່ນໃຫ້ຈໍາກັດ ແລະ ຈັດຢູ່ສະເພາະແຕ່ເດີ່ນສະໜາມຫຼວງ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.

3 ມອບໃຫ້ຄະນະສະເພາະກິດ ໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເອົາໃຈໃສ່ກໍາກັບການປະຕິບັດຄາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ. ພ້ອມທັງຖືເອົາໂອກາດນີ້ເປັນການໂຄສະນາປະຊາສໍາພັນໃຫ້ປະຊາຊົນ ແລະ ມວນຊົນ ທີ່ມາຮ່ວມງານ ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີບັນຍາກາດ ແລະ ຮັບປະກັນຄວາມສະຫງົບປອດໄພ.

ຂ່າວທົ່ວໄປ