ລູກ​ສາວຫຼ້າ​ຄູ​ສະຫຼາ​ແຕ່ງດອງ​ແລ້ວ ຍິນ​ດີ​ນຳ​ເດີ້ ສາວ ແພ​ວາ ຄຸນ​ນະ​ວຸດ

ລູກ​ສາວຫຼ້າ​ຄູ​ສະຫຼາ​ແຕ່ງດອງ​ແລ້ວ ຍິນ​ດີ​ນຳ​ເດີ້ ສາວ ແພ​ວາ ຄຸນ​ນະ​ວຸດ

ຂໍ​ສະ​ແດງ​ຄວາມ​ຍິນ​ດີ​ນຳ ລູກ​ສາວ​ຄົນ​ນ້ອຍ ຫຼື ລູກ​ສາວຫຼ້າ​ຂອງ​ຄູ​ເພງ​ດັງ​ໄທ​ຢ່າງ ຄູ​ສະຫຼາ ຄຸນ​ນະ​ວຸດ ທີ່​ໄດ້​ເຂົ້າ​ປະ​ຕູ​ວິ​ວາ ສ້າງ​ຄອບ​ຄົວ​ແລ້ວ ມື້​ນີ້ 08 ພະ​ຈິກ 2020

ຄືນ້ອງ ແພ​ວາ ຄຸນ​ນະ​ວຸດ ແລະ ນ້ອງ ຊອບ ທີ່​ຈັງ​ຫວັດ ອຸ​ບົນ​ລາດ​ຊະ​ທາ​ນີ

ຄັ້ງ​ນີ້ ສາວ ຕ່າຍ ອໍ​ລະ​ໄທ ໄປ​ຮ່ວມ​ງານ​ມຸງ​ຄຸນ​ນີ້​ນຳ

ຄູ​ສະຫຼາ ມີ​ລູກ​ສາວ 2 ຄົນ ລູກ​ຄົນ​ທຳ​ອິດ​ແມ່ນ ຂ້າວ​ຂວັນ ແລະ ຄົນ​ທີ 2 ຫຼື ລູກ​ສາວຫຼ້າ ແມ່ນ ແພ​ຫວາ ທີ່​ເປັນ​ຝັ່ງ ເປັນ​ຝາ​ແລ້ວ ຍັງ​ພຽງ ເອື້ອຍ​ຄົນ​ໃຫຍ່ ແນວ​ໃດ​ກໍ​ດີ​ໃຈ​ນຳ​ເດີ້ ດຽວ ກໍ​ໄດ້​ອຸ້ມຫຼານ​ເນາະ ຄູ​ສະຫຼາ ຄູ​ເພງ​ເບີ 1 ຂອງ​ປະ​ເທດ​ໄທ

ທີ່​ຄົນ​ລາວ​ເຮົາ​ຮູ້ ແລະ ຕິດ​ຕາມ​ຜົ​ນ​ງານ​ເພິ່ນຫຼາຍ​ສົມ​ຄວນ ເພາະ​ທຸກໆ​ລາຍ​ການ​ເພງ ຕ້ອງ​ມີ​ຄູ​ຄົນ​ໜຶ່ງ​ທີ່​ເປັນ​ກຳ​ມະ​ການ ໃຫ້​ຄຳ​ແນະ​ນຳ ນອກ​ຈາກ​ນັ້ນ ຍັງ​ເປັນ​ນັກ​ປະ​ພັນ​ເພງ​ໃຫ້​ກັບ​ສິນ​ລະ​ປິນຫຼາຍໆ​ຄົນ ທີ່​ເປັນ​ເພງ​ດັງ ສິນ​ລະ​ປິນ​ດັງ ແລະ ຍັງ​ເຄີຍ​ຮ່ວມ​ງານ​ກັບ​ຄົນ​ລາວ​ເຮົາ ຢ່າງ​ເພງ ນິ​ລັນ​ດອນ ທີ່ ມີ ຕ່າຍ ອໍ​ລະ​ໄທ ແລະ ໂຈ​ໂຈ້ ມິ​ຣາ​ໂຄ ຮ່ວມ​ຮ້ອງ​ນຳ​ກັນ

ຂ່າວທົ່ວໄປ