ປີນີ້ການປະກວດນາງສາວລາວເຕັມໄປດ້ວຍຄວາມຄຶກຄື້ນ ທັງຜູ້ເຂົ້າປະກວດ ແລະ ແຟນນາງງາມ. ບອກເລີຍນາງສາວລາວຕົວແທນຈາກທົ່ວປະເທດ ມີແຕ່ຜູ້ງາມໆ ແລະ ຄວບຄູ່ທັງຄວາມຮູ້ ທັງຄຸນສົມບັດ ມ່ວນເລີຍຈະພາໄປສ່ອງ 8 ໂຕເກັ່ງມາແຮງ ໃນເວທີນາງສາວລາວ ທີ່ມີໂອກາດຄວ້າມົງໄດ້ຫຼາຍທີ່ສຸດ ຈະມີໃຜແດ່ນັ້ນ? ໄປເບິ່ງນຳກັນເລີຍ
1.ພອນທິດາ ແກ້ວບຸນພັນ ສາວງາມຕົວແທນນະຄອນຫຼວງວຽງຈັນ ML5
ທັງງາມທັງເກັ່ງ ລຸ້ນມົງຈະລົງຫຼືບໍ່? ພອນທິດາ ແກ້ວບຸນພັນ ຫຼື ນ້ອງຫນູ ປັດຈຸບັນ ອາຍຸ 24 ປີ. ບອກເລີຍທັງງາມ ແລະ ເກັ່ງ ແລະ ເຕັມໄປດ້ວຍຄວາມຮູ້. ສຳລັບນ້ອງໜູຈົບມັດທະຍົມສຶກສາຈາກປະເທດ ສະຫະລັດ ອາເມຣິກາ (2010-2014) ຈົບປະລິນຍາຕີສາຂາການຕະຫຼາດຈາກມະຫາວິທະຍາໄລຕົງຫົວ, ນະຄອນຊຽງໄຮ້, ປະເທດຈີນ (2014-2019). ກິດຈະກຳຍາມວ່າງແມ່ນຫນູມັກອອກກຳລັງກາຍ, ອາດຈະໄປແລ່ນ ເເລະ ຕີມວຍ. ກິດຈະກຳຍາມວ່າງອີກຢ່າງຫນຶ່ງແມ່ນຫນູມັກເບິ່ງລາຍການທີ່ສອນພາສາອັງກິດ ຫຼື ລາຍການໃດກໍຕາມທີ່ນ້ອງສາມາດເຝິກພາສາຢູ່ໄດ້ເລື້ອຍໆ ເພາະຖ້າບໍ່ຊັ້ນເຮົາອາດລືມໄດ້.
2.ອິນທິລາ ຄຸນພະຈັນສີ (ອຸດົມໄຊ) ອາຍຸ 19 ປີ ML 34
ເຊຍໆ! ອິນທິລາ ຄຸນພະຈັນສີ ຫຼື ໂນລາ ອີກໜຶ່ງຜູ້ເຂົ້າປະກວດທີ່ມີຄວາມໃຝ່ຝັນ ຢາກເປັນ ນາງສາວລາວ 2020. ປັດຈຸບັນ ອາຍຸ 19 ປີ ເປັນຕົວແທນຈາກແຂວງອຸດົມໄຊ ML 34 ຕອນນີ້ກໍາລັງສຶກສາທີ່ ສປ ຈີນ ຄະນະບໍລິຫານການທ່ອງທ່ຽວ ປີທີ 1 ກິດຈະກໍາທີ່ມັກເຮັດຄືມັກລອຍນໍ້າ ແລະ ຫລິ້ນໂຍຄະ ເພາະຮູ້ສຶກຜ່ອນຄາຍທຸກຄັ້ງທີ່ໄດ້ເຮັດໄດ້.
3.ບຸນເຟືອງ ໂພໄຊສີ
ໝາຍເລກ ML 20 ບຸນເຟືອງ ໂພໄຊສີ ຫຼື ເຟືອງ ສາວງາມຕົວແທນຈາກຫຼວງພະບາງຜູ້ມີຄວາມຝັນຢາກເປັນນາງສາວລາວ 2020. ເຟືອງເປັນລູກຊອດລາວ-ຫວຽດນາມ. ປັດຈຸບັນ ອາຍຸ 19 ປີ ເປັນນັກສຶກສາ, ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລລາວວຽງປີ 2, ເປັນນັກສະແດງນ້ອງໃໝ່ ທີ່ເຂົ້າວົງການບັນເທີງເຕັມໂຕໃນຖານະສິລະປິນສັງກັດຢູ່ຄ້າຍ ນິຍົມໂມເດວລິ້ງ ໃນນາມ The Survival Laos. ນອກຈາກຈະມີສະເໜ່ຢ່າງນາງສາວລາວ ກິລິຍາມາລະຍາດກໍງາມ ແລະ ມີທັດສະນະຄະຕິທີ່ດີ.
4.ສິລິນຍາ ດວງວິໄລສັກ ຫຼື ຝົນ ML 08 ຈຳປາສັກ
ສາວໃຕ້ໄດ້ຮອບດ້ານ! ສິລິນຍາ ML08 ດີກຣີສາຍປະກວດ ແລະ ນັກກີລາບານບ້ວງ. ທັງອ່ອນຫວານດັ່ງແມ່ຍິງລາວ ແລະ ທັງເຂັ້ມແຂງ ມີຄວາມສາມາດໃນເວລາດຽວກັນ. ມາຮູ້ຈັກສາວໃຕ້ ເກັ່ງຮອບດ້ານ “ສິລິນຍາ ດວງວິໄລສັກ” ຫຼື ນ້ອງຝົນ. ທີ່ມີສ່ວນສູງເປັນເອກກະລັກ ສູງ 177 ຊັງຕີແມັດ. ປັດຈຸບັນອາຍຸ 21 ປີ ກຳລັງສຶກສາທີ່ປະເທດຈີນ ຄະນະບໍລິຫານທຸລະກິດ ປີ 1. ກິດຈະກຳຍາມວ່າງ ແມ່ນຫລິ້ນບານບ້ວງ ແລະ ແລ່ນອອກກຳລັງກາຍທົ່ວໄປ.
5.ຈິນນາລີ ອິນທະປັນຍາ ຫຼື ນູ່ນູ່ ML10 ນະຄອນຫຼວງວຽງຈັນ
ຈິນນາລີ” ສາວງາມ ດີກຣີສາຍປະກວດ ພ້ອມແລ້ວ ເດີນຕາມຝັນໃນເວທີ Miss Laos. ປັດຈຸບັນອາຍຸ 17 ປີ. ຕອນນີ້ຍັງເປັນນັກສຶກສາ ທີ່ໂຮງຮຽນໂນນສະຫວ່າງ ຊັ້ນປີທີ 7 ແລະ ທັງເປັນສາວງາມສາຍປະກວດ, ເຊິ່ງທີ່ຜ່ານມາ ເຄີຍປະກວດ 2 ເວທີ ຄື ເວທີນາງສາວນະຄອນຫລວງ ປີ 2020 ຕິດ top 30 ຄົນ ແລະ ເວທີ 2 ແມ່ນ Young Model Contest 2020 ເຊິ່ງໄດ້ເປັນ The Winner young model contest ປີ 2020 ນີ້ອີກດ້ວຍ ແລະ ໄດ້ລາງວັນພິເສດຄື best model ເຊິ່ງເປັນການປະກວດທີ່ຫາກໍຜ່ານມາສົດໆຮ້ອນໆ. ເວົ້າໄດ້ວ່າຄວາມພະຍາຍາມຂອງສາວຄົນນີ້ໄດ້ສຳເລັດໄປອີກຂັ້ນ. ສຳລັບເປົ້າຫມາຍສູງສຸດຄືຢາກເປັນທູດວັດທະນາທຳ ເພື່ອເຜີຍແຜ່ ວັດທະນາທຳ ຮີບຄອງປະເພນີອັນດີງາມ ຂອງລາວເຮົາ ໃຫ້ຄົນຍຸກໃຫມ່ ແລະ ຊາວຕ່າງຊາດໄດ້ຮັບຮູ້.
6. ບົວເງິນ ທຳມະວົງ ML35
ງາມແຮງແພງຫຼາຍ! ສະເຕັມ ML35 ຕົວແທນຈາກໄຊຍະບູລີ ສາວງາມມາລະຍາດດີ ໃນເວທີນາງສາວລາວ. ໜຶ່ງໃນຜູ້ເຂົ້າປະກວດທີ່ໂດດເດັ່ນໃນເວທີນາງສາວລາວ 2020 ທີ່ມ່ວນຢາກພາທຸກຄົນໄປຮູ້ຈັກ “ບົວເງິນ ທຳມະວົງ” ອາຍຸ 24 ປີ ປັດຈຸບັນເຮັດວຽກຢູ່ ບໍລິສັດ ອິນເຕີເວຍບໍລິຫານ ອະສັງຫາລິມະຊັບ ຈຳກັດ, ຈົບການສຶກສາຈາກ ສະຖາບັນຍຸດຕິທຳແຫ່ງຊາດ ສາຂາ ກົດຫມາຍທຸລະກິດ ແລະ ມະຫາວິທະຍາໄລແຫ່ງຊາດ ສາຂາ ການໂຮງແຮມ. ກິດຈະກຳຍາມວ່າງແມ່ນ ມັກອ່ານຫນັງສື, ນັ່ງສະມາທິ, ແຕ່ງກິນ ແລະ ຊອກຫາໂອກາດຕ່າງໆໃນການຊ່ວຍເຫລືອສັງຄົມເຊັ່ນ: ໄປເກັບຂີ້ເຫຍື້ອຕາມແຄມຂອງ, ໄປບໍລິຈາກເຄື່ອງໃຫ້ເດັກນ້ອຍດ້ອຍໂອກາດ ແລະ ສຸດທ້າຍແມ່ນຈະຊອກເຮັດບຸນ ຖ້າມີເວລາວ່າງນ້ອງຈະຫາເຮັດກິດຈະກຳເພື່ອໃຫ້ເກີດປະໂຫຍດແກ່ຕົນເອງ ແລະ ຄົນອື່ນນຳ.
7.ຈິນນີ້ ບຸນພະສອນ ບຸດດາລາ ML04 ນະຄອນຫຼວງວຽງຈັນ
ຄົນນີ້ແຫຼະ ຊາວເນັດເຊຍ!ສາວງາມຜູ້ໂດດເດັ່ນ ໃນການປະກວດ Miss Laos 2020 “ບຸນພະສອນ ບຸດດາລາ” ຫຼື “ຈິນນີ້” ອີກໜຶ່ງຜູ້ເຂົ້າປະກວດທີ່ຊາວເນັດເຊຍ ແລະ ເປັນທີ່ເວົ້າເຖິງໃນສື່ອອນລາຍ ເພາະຜູ້ນີ້ມີທັງຄວາມງາມ ແລະ ຄວາມສາມາດໃນຫຼາຍດ້ານ. ມ່ວນເລີຍຈະພາທຸກຄົນມາຮູ້ຈັກ ສາວງາມຈາກນະຄອນຫຼວງວຽງຈັນ ຄົນນີ້ໃຫ້ຫຼາຍຂຶ້ນ. ປັດຈຸບັນ ຈິນນີ້ ອາຍຸ 24 ປີ ກຳລັງສຶກສາລະດັບປະລິນຍາໂທ ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ. ເປັນນັກສຶກສາຄະນະການຄ້າ, ສາຂາວິຊາ ທຸລະກິດສາກົນ. ສຳລັບສາວງາມຄົນນີ້ກໍເປັນອີກໜຶ່ງສາວທີ່ຢາກເດີນຕາມຝັນ ແລະ ເຮັດໃນສິ່ງທີ່ຮັກຄືການປະກວດນາງສາວ 2020 ຍ້ອນວ່າເວທີນາງສາວລາວເປັນຄວາມຝັນ ແລະ ເປັນເວທີທີ່ເປີດໂອກາດໃຫ້ຜູ້ຍິງລາວສະແດງຄວາມສາມາດແລະສັກກະຍະພາບຂອງຕົນເອງ
8.ສຸກັນຍາ ສຸລິວົງ ອິງອິງ ML 12 ນະຄອນຫຼວງວຽງຈັນ
ອິງອິງ ML12″ ສາວງາມຈາກນະຄອນຫຼວງວຽງຈັນ ມາພ້ອມຄວາມຝັນທີ່ຈະເຮັດໃຫ້ເປັນຈິງ.ເຊຍກັນແລ້ວບໍ່? ສຸກັນຍາ ສຸລິວົງ ຫຼື ອິງອິງ ອີກໜຶ່ງຜູ້ເຂົ້າປະກວດທີ່ຫຼາຍຄົນຈັບຕາມອງ ແລະ ໃຫ້ຄວາມສົນໃຈ ເຫັນໄດ້ວ່າທາງບ້ານແມ່ນເຊຍແຮງ ແພງຫຼາຍ ມ່ວນເລີຍຈະພາທຸກຄົນໄປຮູ້ຈັກສາວງາມຄົນນີ້. ອິງອິງ ອາຍຸ 23 ປີ ປັດຈຸບັນເຝິກງານຢູ່ ໂທລະພາບກອງທັບ ແລະ ກິດຈະກໍາຍາມວ່າງອ່ານຫນັງສື, ແຖມຍັງມັກຕັດຫຍິບ, ຕັດເຄື່ອງຫົ່ມເອງເປັນອີກດ້ວຍ. ຄວາມສາມາດຫລາຍ ແຖມງາມແບບນີ້ ບໍ່ແປກໃຈເລີຍເປັນຫຍັງໃຜກໍເຊຍ.
ນີ້ຄື 8 ນາງສາວງາມທີ່ມາແຮງ ແລະ ຍັງມີອີກຫຼາຍຄົນທີ່ມີສິດລຸ້ນມົງລົງກັນ ແລະ ໃນວັນເສົາທີ 5 ທັນວາ 2020 ເຮົາຈະໄດ້ຮັບຮູ້ພ້ອມໆກັນວ່ານາງສາວລາວ 2020 ຈະແມ່ນໃຜ? ຮັກໃຜເຊຍໃຜຢ່າລືມໂຫວດ ແລ ເຊຍກັນຈົນວິນາທີສຸດທ້າຍເດີ້!