ສຸດທີ່ສົງສານ! ແຝດຜູ້ເອື້ອຍເສຍຊີວິດແລ້ວ ຈາກເຫດຄົນໃຊ້ຂອງມີຄົມທໍາຮ້າຍ 2ເອືອ້ຍນ້ອງຝາແຝດຢູ່ໄຊຍະບູລີ

ສຸດທີ່ສົງສານ! ແຝດຜູ້ເອື້ອຍເສຍຊີວິດແລ້ວ ຈາກເຫດຄົນໃຊ້ຂອງມີຄົມທໍາຮ້າຍ 2ເອືອ້ຍນ້ອງຝາແຝດຢູ່ໄຊຍະບູລີ

ສັງຄົມຢູ່ຍາກຂຶ້ນນັບມື້, ມີເຫດການປະກົດການຫຍໍ້ທໍ້ເກີດຂຶ້ນຢູ່ເລື້ອຍ ດັ່ງເຫດການສະເທືອນຂວັນຫຼ້າສຸດ ທີ່ມີຄົນໃຊ້ຂອງມີຄົມທໍາຮ້າຍສອງເອື້ອຍນ້ອງຝາແຝດຈົນໄດ້ຮັບບາດເຈັບສາຫັດ ແຕ່ສຸດທີ່ເປັນຂ່າວຮ້າຍ ແຝດຜູ້ເປັນເອື້ອຍທົນພິດບາດແຜບໍ່ໄຫວ ສິ້ນລົມຫາຍໃຈແລ້ວ.

ຂໍ້ມູນຈາກຜູ້ໃຊ້ເຟສບຸກຊື່ Kou OK ເຜີຍວ່າ:  ວັນທີ່1/11/20 ເວລາປະມານ 3ໂມງແລງ ໄດ້ເກີດເຫດມີຄົນຮ້າຍລົງມືທຳຮ້າຍເດັກນ້ອຍຄູ່ແຝດສອງພີ່ນ້ອງ ຊື່ ນ້ອງນ້ຳຟ້າແລະນ້ອງ ນ້ຳຝົນ ອາຍຸໄດ້ 6ປີ ເຊີ່ງນ້ອງທັງສອງໄດ້ຖືກທຳຮ້າຍຮ່າງກາຍຈົນໄດ້ຮັບບາດເຈັບສາຫັດທັງສອງໄດ້ຖືກນຳສົ່ງເຂົ້າຮັກສາຢູ່ໂຮງໝໍເມືອງ  ແຂວງໄຊຍະບູລີ.

ຈົນມາຮອດ ວັນທີ່2/11/20 ເວລາ 9 ໂມງ ຕອນຄ່ຳ ນ້ອງ ນ້ຳຟ້າ ແຝດຜູ້ເປັນເອື້ອຍກໍໄດ້ເສຍຊີວິດລົງສ່ວນແຝດຜູ້ເປັນນ້ອງສາວນ້ຳຝົນ ຕອນນີ້ຍັງມີຊິວິດຢູ່ ແຕ່ອາການບາດເຈັບຍັງສາຫັດອາການເປັນຕາຍເທົ່າກັນ.

ຍ້ອນຄວາມທຸກຍາກຂາດສົນບໍ່ມີເງີນທີ່ຈະປີ່ນປົວນ້ອງຕໍ່ ແລະ ຕ້ອງຮີບດ່ວນທີ່ຕ້ອງເອົານ້ອງມາປິ່ນປົ່ວທີ່ໂຮງໝໍທີ່ມີເຄື່ອງມືອຸປະກອນທີ່ສາມາດກວດເພື່ອປິ່ນປົວຢູ່ທີ່ນະຄອນຫລວງວຽງຈັນ ຈິ່ງຂໍຄວາມຊ່ວຍເຫລືອທຸກທ່ານໃນສັງຄົມຊ່ວຍນ້ອງດ້ວຍ ໂດຍທ່ານສາມາດ ໂອນເງິນຜ່ານບັນຊີ ທ/ຄ ຕ່າງປະເທດລາວ BCEL ເຊີ່ງເປັນບັນຊີຂອງຜູ້ເປັນພໍ່ນ້ອງແຝດເອງ  ຫມາຍເລກ: 120120001904195001.

ລາຍລະອຽດຄອບຄົວຜູ້ເຄາະຮ້າຍ ນ້ອງ ນ້ຳຝົນ ອາຍຸໄດ້ 6 ປີ ; ພໍ່ຊື່ ທ້າວຈ່ອຍ ເພັງພະຈັນ ອາຍຸ 36ປີ ; ແມ່ຊື່ ແຕ່ງ ດວງມະລາ ອາຍຸ 30ປີ ຢູ່ບ້ານ ນາຍາວ ເມືອງ ແລະ ແຂວງໄຊຍະບູລີ ເບີໂທ 0309492403 , 02097280119  ເຊິ່ງປະຈຸບັນທາງເຈົ້າໜ້າທີ່ກຳລັງສືບນຳຫາສາເຫດແຮງຈູງໃຈຂອງຄົນທີ່ທຳຮ້າຍເດັກແຝດທັງສອງນ້ອງເອື້ອຍຢູ່

ລາຍລະອຽດຈະແຈ້ງຕື່ມ ພາຍຫຼັງຈາກເຈົ້າໜ້າທີ່ໄດ້ສືບສວນໄດ້ຂໍ້ສະຫຼຸບເປັນທີ່ຮຽບຮ້ອຍແລ້ວ.

ຂ່າວທົ່ວໄປ