ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດລາຍງານຄາດຄະເນສະພາບອາກາດ ໃນໄລຍະວັນທີ 17 ຫາ 23 ສິງຫາ 2020 ໂດຍລະບຸວ່າ:ໃນໄລຍະວັນທີ 17 ຫາ 18 ສິງຫາ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງປານກາງຈະພັດປົກຄຸມຢູ່ ພາກເຫນືອ ແລະ ພາກກາງຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານ ກາງ ຫາຕົກຫນັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ຈາກນັ້ນວັນທີ 19 ຫາ 23 ສິງຫາ 2020 ລົມມໍລະສຸມຕາເວັນຕົກສ່ຽງ ໃຕ້ຈະເພີ່ມກໍາລັງແຮງຂຶ້ນ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ເປັນ ບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກຫນັກ ຢູ່ບາງທ້ອງຖິ່ນແຂວງ ພາກເຫນືອ ລົງຫາພາກກາງ ຕື່ມ ອີກພ້ອມຈະມີລົມພັດແຮງເປັນບາງໂອກາດ.
ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເຫນືອດ້ານຕາເວັນອອກ: ໃນໄລຍະວັນທີ 17 ຫາ 18 ສິງຫາ 2020 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງ ຂວາງ. ຈາກນັ້ນວັນທີ 19 ຫາ 20 ສິງຫາ 2020 ຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍເປັນບໍລິເວນກວ້າງຕື່ມອີກ. ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 27 – 29 ອົງສາ.
ພາກເຫນືອດ້ານຕາເວັນຕົກ: ໃນໄລຍະວັນທີ 17 ຫາ 18 ສິງຫາ 2020 ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາຕົກຫນັກຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ. ຈາກນັ້ນວັນທີ 19 ຫາ 23 ສິງຫາ 2020 ຝົນຍັງສືບຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 22 – 24 ອົງສາ ແລະ ສູງສຸດ 29 – 31 ອົງສາ.
ພາກກາງ: ໃນໄລຍະວັນທີ 17 ຫາ 23 ສິງຫາ 2020 ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງເປັນບໍລິເວນກວ້າງ ແລະ ຕົກຫນັກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງ ຖິ່ນແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ໍາສຸດ 23 – 25 ອົງສາ ແລະ ສູງສຸດ 30 – 32 ອົງສາ. ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20, ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 17 ຫາ 23 ສິງຫາ 2020 ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ຢູ່ທົ່ວໄປ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 17 – 19 ອົງສາ ແລະ ສູງສຸດ 24 – 26 ອົງສາ.
ພາກໃຕ້: ໃນໄລຍະວັນທີ 17 ຫາ 23 ສິງຫາ 2020 ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ເປັນບໍລິເວນກວ້າງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື, ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 30 – 32 ອົງສາ. ສະເພາະເຂດພູພຽງບໍລະເວນ: ມີເຝື້ອປົກຄຸມເປັນສ່ວນຫຼາຍ, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 13 – 15 ອົງສາ ແລະ ສູງສຸດ 25 – 27 ອົງສາ.
ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 17 ຫາ 23 ສິງຫາ 2020 ອາກາດຮ້ອນ, ມີເຝື້ອປົກຄຸມເປັນສ່ວນຫຼາຍ ແລະ ຍັງ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດແຮງຢູ່ບາງ ບໍລິເວນເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 29 – 31 ອົງສາ.
ຄໍາເຕືອນ: ໃນໄລຍະວັນທີ 17 ຫາ 22 ສິງຫາ 2020 ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ ເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ເກີດມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຕົກຫນັກ ແລະ ມີລົມ
ພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອ ລົງຫາພາກກາງ ແລະ ພາກໃຕ້, ພ້ອມດຽວກັນ ລະດັບນໍ້າຊັນ ເຂດເມືອງ ບໍລິຄັນ, ເມືອງ ເກົ່າ ແຂວງ ບໍລິຄໍາໄຊ ໄດ້ຂຶ້ນໃກ້ເຂດອັນຕະລາຍແລ້ວ ແລະ ຄາດຄະເນວ່າລະດັບນ້ໍາຈະສືບຕໍ່ສູງຂຶ້ນຕື່ມອີກ.