ໂຈ ໄບເດນ ວ່າທີ່ປະທານາທິບໍດີຄົນທີ 46 ຂອງສະຫະລັດອາເມລິກາ ໄດ້ໃຫ້ສັນຍາວ່າຈະເຮັດຫຍັງແດ່ຖ້າຊະນະການເລືອກຕັ້ງ?
ສຳນັກຂ່າວຕ່າງປະເທດຫຼາຍສຳນັກລາຍງານ ໂຈ ໄບເດນ ຈາກພັກເດໂມແຄຣດ ຊະນະການເລືອກຕັ້ງສະຫະລັດ 2020 ກາຍເປັນວ່າທີ່ປະທານາທິບໍດີຄົນທີ 46.
ຂ່າວດັ່ງກ່າວມີຂຶ້ນຫຼັງຈາກທີ່ມີການປະກາດຜົນການນັບຄະແນນຈາກລັດເພນຊິລເວເນຍ ເຊິ່ງ ໂຈ ໄບເດນ ຊະນະ ໂດນັລ ທຣຳ ເຮັດໃຫ້ໄດ້ຄະແນນ Electoral college ໄປອີກ 20 ສຽງ ສົ່ງຜົນໃຫ້ຕອນນີ້ມີຄະແນນຜູ້ເລືອກຕັ້ງຢູ່ທີ່ 283 ສຽງ (ເກີນກວ່າ 270 ສຽງທີ່ຕ້ອງການ). ຂະນະທີ່ ໂດນັລ ທຣຳ ມີພຽງ 214 ສຽງ.
ທັງນີ້ ຜົນດັ່ງກ່າວເປັນການປະກາດຢ່າງບໍ່ເປັນທາງການ ແລະ ຕ້ອງຈັບຕາການປະກາດຢ່າງເປັນທາງການອີກເທື່ອໜຶ່ງ. ຂະນະທີ່ຝ່າຍ ໂດນັລ ທຣຳ ກໍໄດ້ມີການພະຍາຍາມທີ່ຈະຍື່ນຄຳຮ້ອງໄປຫາສານເພື່ອໃຫ້ກວດສອບກ່ຽວກັບການເລືອກຕັ້ງທີ່ຜ່ານມາ.