ສາວເລົ່າປະສົບການ ເກືອບເອົາຊີວິດບໍ່ລອດ ເພາະກິນກາເຟດຳ

ສາວເລົ່າປະສົບການ ເກືອບເອົາຊີວິດບໍ່ລອດ ເພາະກິນກາເຟດຳ

ເຟຊບຸ໊ກເພຈ ເຈ້ມ້ອຍ ໄດ້ໂພສແຊປະສົບການຂອງຍິງສາວຄົນໜຶ່ງຫລັງມີອາການວິນຊາເພາະກິນກາເຟແກ້ວນັ້ນຄົງຈະປູກເຂັ້ມໂພດ ມັນເລີຍອອກອາການວິນແລະຊາໄປທັ້ງຕົວຂະນະກຳລັງຂັບລົດກັບບ້ານຫລັງເລີກງານ

ໂດຍລາວນັ້ນເລີ່ມມີອາການອຶດອັດແຕ່ກໍ່ຍັງຝືນຂັບລົດຕໍ່ໄປ ກະທັ່ງຂັບໄປໄດ້ໄລຍະນຶ່ງ ຕາລາວກໍ່ເລີ່ມຈະປິດແລະເລີ່ມລາງໆ ມືເກັງຈັງຈົນບັງຄັບພວງມາໄລບໍ່ໄດ້ ຊາໄປທັ້ງຕົວ ລວມທັ້ງເລີ່ມຫາຢໃຈຫອບ ລາວຈຶ່ງພະຍາຍາມຕັ້ງສະຕິແລ້ວຊອກຫາບ່ອນຈອດ ແຕ່ກໍ່ບໍ່ສາມາດຈັບມືຖືໂທຫາໃຜໄດ້ ເພາະມືເກັງຈັງໄປຫມົດ ຈາກນັ້ນລາວກໍ່ພະຍາຍາມກົດແວ່ນຂ້າງລົງເພື່ອທີ່ຈະຮ້ອງຂໍຄວາມຊ່ວຍເຫລືອຈາກຄົນອື່ນ ແຕ່ກັບໍ່ມີໃຜ ຈົນແທັກຊີຄັນຫນຶ່ງມາຈອດທຽບຂ້າງໆ ແລ້ວເປິດແວ່ນຖາມລາວວ່າ ເປັນຫຍັງຫລາຍບໍ່ ແຕ່ລາວກໍ່ເວົ້າໄດ້ພຽງວ່າ “ອ້າຍຊ່ວຍນ້ອງແດ່  ນ້ອງບໍ່ໄຫວແລ້ວ” ກ່ອນທີ່ແທັກຊີຈະລົງມາຖາມອາການ ລາວຈຶ່ງໃຫ້ຊ່ວຍໂທຫາຄົນໃນຄອບຄົວ ແຕ່ບໍ່ມີໃຜຮັບສາຍ ແທັກຊີຈຶ່ງຂັບລົດລາວເຂົ້າໄປຈອດໃນປັ໊ມນ້ຳມັນ ເພາະລາວຂັບບໍ່ໄຫວ

ຫລັງຈາກນັ້ນແທັກຊີກໍ່ພາລາວໄປສົ່ງໂຮງພະຍາບານ ພໍມືລາວເລີ່ມຄາຍໄດ້ກໍ່ກົດໂທລະສັບຫາແມ່ແຟນ ຈົນຮັບສາຍລາວຈຶ່ງຂໍຮ້ອງໃຫ້ໂທຫາແມ່ຂອງລາວໃຫ້ແດ່ ຈົນມາເຖິງໂຮງພະຍາບານຫມໍກໍ່ຕ້ອງໃຫ້ໃສ່ເຄື່ອງຊ່ວຍຫາຍໃຈ ເພາະລາວຫອບຫລາຍ ແລ້ວສັກຢາໄປ 1 ເຂັມ ໂດຍຄົນຂັບແທັກຊີ່ກໍ່ນັ່ງຖ້າຢູ່ຫນ້າຫ້ອງສຸກເສີນ ກ່ອນທີ່ພະຍາບານຈະອານຸຍາດໃຫ້ເຂົ້າມາຫາລາວໃນຫ້ອງ ຊຶ່ງຄົນຂັບແທັກຊີກໍ່ບອກວ່າລົດຈອດຢູ່ຂ້າງຫນ້າ ຖ້າອາການດີຂຶ້ນກໍ່ຈະຂໍຕົວກັບກ່ອນ ລາວຈຶ່ງໃຫ້ຄ່າເສຍເວລາ ແຕ່ຄົນຂັບແທັກຊີບໍ່ຮັບ ຕອບລາວວ່າບໍ່ເປັນຫຍັງ ລາວຈຶ່ງຍົກມືໄຫວ້ຂອບໃຈ ໂດຍລາວກໍ່ລືມຂໍເບີແທັກຊີໄວ້ ແລະຢາກຕອບແທນທີ່ມາຊ່ວຍເຫລືອລາວ ໃນຄັ້ງນີ້ ແຕ່ບໍ່ຮູ້ຈະຕິດຕໍ່ແນວໃດ ລາວຈື່ໄດ້ແຕ່ລົດແທັກຊີສີສົ້ມ ແຕ່ບໍ່ຈື່ທະບຽນລົດເລີຍ

ຂ່າວທົ່ວໄປ