ກາຍເປັນເລື່ອງຮືຮາທີ່ສຸດໃນປັດຈຸບັນ ເມື່ອສື່ໃນປາກິດສະຖານ ລາຍການໃນວັນທີ 27 ຕຸລາ 2020 ວ່າ: ມີການເປີດເຜີຍເລື່ອງລາວຂອງ ໂມຮໍາໝັດ ອິຄຣາມ ໜຸ່ມທີ່ເກີດໃນຄອບຄົວທຸກຍາກໃນຊົນນະບົດແຂວງປັນຈາບ ( Punjab ) ດິນແດນທາງພາກຕາວັນອອກສຽງເໜືອຂອງປະເທດປາກີດສະຖານ ທີ່ບໍ່ມີແຂນທັງສອງຂ້າງ ແຕ່ສາມາດຫຼິ້ນສະນຸກເກີດ້ວຍການເອົາຄາງຍິງໄດ້ເກ່ງກວ່າຄົນທີ່ມີແຂນທັງສອງຂ້າງຫຼາຍໆຄົນ.
ອິຄຣານ ເລີ່ມຫຼິ້ນກິລາສະນຸກເກີຕັ້ງແຕ່ອາຍຸ 10 ປີ ດ້ວຍການເອົາຄາງຍິງລູກສະນຸກເກີ ຫຼັງຈາກທີ່ໄດ້ເຫັນຄົນທົ່ວໄປທີ່ມີແຂນທັງສອງຂ້າງຫຼິ້ນກິລາຊະນິດນີ້ໃນຮ້ານສະນຸກເກີຕ່າງໆ ຈົນມີຄວາມໄຝ່ຝັນຢາກຈະເປັນນັກສະນຸກເກີໃຫ້ໄດ້ ເຖິງວ່າຈະບໍ່ມີແຂນ.
ໂມຮໍາໝັດ ນາດີມ ເຈົ້າຂອງຮ້ານສະນຸກເກີແຫ່ງໜຶ່ງກ່າວວ່າ: ອິຄຣາມ ຍັງເປັນເດັກນ້ອຍໄດ້ເຂົ້າມາໃນຮ້ານເພື່ອຂໍຫຼິ້ນສະນຸກເກີ ກ່ອນທີ່ຕົວເອງຈະປະຕິເສດ ເນື່ອງຈາກເຫັນວ່າລາວບໍ່ມີແຂນ ແລະ ຈະເອົາຫຍັງຈັບໄມ້ ກ່ອນທີ່ລາວຈະບອກວ່າ ຈະໃຊ້ຄາງຍິງແທນໄມ້ ຈິ່ງຍອມໃຫ້ລາວຫຼິ້ນ ແຕ່ເລື່ອງບໍ່ໜ້າເຊື່ອກໍເກີດຂຶ້ນເມື່ອລາວຫຼິ້ນຈົນຊໍານານ ແລະ ສາມາດຍິງລູກຍາກໆລົງຂຸມໄດ້.
ອິຄຣາມ ປັດຈຸບັນອາຍຸ 32 ປີແລ້ວເປີດເຜີຍວ່າ: ກ່ອນທີ່ຈະເປັນນັກເຕະນຸກເກີຍິງດ້ວຍຄ່າງ ຈົນເກີດຄວາມຊໍານານ ຂ້ອຍຕ້ອງທຸ້ມເທ ແລະ ໝັ່ນຝຶກຊ້ອມ ທີ່ສໍາຄັນຂ້ອຍຕ້ອງຍ່າງເປັນໄລຍະ 12 ກິໂລແມັດ ເພື່ອໄປຊ້ອມສະນຸກເກີໃນຮ້ານ ເຊິ່ງຫຼັງຝຶກຈົນຊໍານານແລ້ວຂ້ອຍກໍທ້າແຂ່ງກັບນັກສະນຸກເກີທີ່ມີແຂນທັງສອງຂ້າງ ແລະ ພໍເລີ່ມຊະນະ ກໍຂໍສະໝັກເຂົ້າແຂ່ງຂັນລາຍການທ້ອງຖິ່ນ ແລະ ເຂົ້າຮ່ວມລາຍການແຂ່ງຂັນສະໝັກຫຼິນລາຍການອື່ນ ຈົນສາມາດຄວ້າແຊັມໄດ້ 3 ລາຍການໃນປາກິດສະຖານ ເຊິ່ງຄວາມຝັນໃນອະນາຄົດກໍຢາກໄປແຂ່ງຂັນໃນລາຍການນາໆຊາດ.