ດ່ວນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງ ບໍ່ແກ້ວ ຄຸມເຂັ້ມ ສະກັດກັ້ນໂຄວິດ

ດ່ວນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງ ບໍ່ແກ້ວ ຄຸມເຂັ້ມ ສະກັດກັ້ນໂຄວິດ

ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ອອກແຈ້ງການດ່ວນ ເລື່ອງສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໃນໄລຍະວັນທີ 3-20 ທັນວາ 2020

ທັງນີ້, ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 31/ນຍ, ລົງວັນທີ 02 ເມສາ 2020 ແລະ ການສະເໜີຂອງປະທານສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຄັ້ງວັນທີ 30/11/2020
ເຊີ່ງມີລາຍລະອຽດດັ່ງລຸ່ມນີ້:

1. ສໍາລັບຄົນລາວ ແລະ ຄົນຕ່າງປະເທດ ຈະເຂົ້າມາເຂດເສດຖະກິດພິເສດສາມຫຼ່ຽມຄໍາຕ້ອງໄດ້ຮັບການເຫັນດີຈາກຄະນະຄຸ້ມຄອງເຂດເສດຖະກິດພີເສດ ແຂວງບໍ່ແກ້ວ ແລະ ສະພາບໍລິຫານກ່ອນ, ສ່ວນພໍ່ຄ້າຊາວຂາຍ ທີ່ມາຂາຍ ເຄື່ອງຢູ່ຕະຫລາດຊົ່ວຄາວ ແມ່ນໃຫ້ໂຈະການມາຂາຍເຄື່ອງຢູ່ຕະຫລາດຊົ່ວຄາວກ່ອນຈົນກວ່າຈະມີແຈ້ງການສະບັບໃຫມ່

2. ໃນຊ່ວງການໂຈະຊົ່ວຄາວນີ້ ການນໍາເຂົ້າສິນຄ້າ ອຸປະໂພກ-ບໍລິໂພກ ທີ່ຈໍາເປັນບາງປະເພດ ຕ້ອງໄດ້ຮັບການເຫັນດີ ຈາກຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ແລະ ສະພາບໍລິຫານກ່ອນ3. ທຸກຄົນທີ່ອາໄສຢູ່ພາຍໃນເຂດ ແລະ ຈະເຂົ້າເຂດ ຕ້ອງໄດ້ໃສຜ້າອັດປາກທຸກໆຄົນ ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການນີ້ດ້ວຍ.

ຂ່າວທົ່ວໄປ