ຍອດເງີນການຊ່ວຍເຫຼືອ ສາວໃຈກ້າ ໄລ່ລ່າໂຈນດຶງກະເປົາເກືອບ 30ລ້ານແລ້ວຂອບໃຈຜູ້ໃຈບຸນທີ່ຊ່ວຍ

ຍອດເງີນການຊ່ວຍເຫຼືອ ສາວໃຈກ້າ ໄລ່ລ່າໂຈນດຶງກະເປົາເກືອບ 30ລ້ານແລ້ວຂອບໃຈຜູ້ໃຈບຸນທີ່ຊ່ວຍ

ເມື່ອວັນທີ 22 ຕຸລາ 2020 ຢູ່ເຂດບ້ານໂພນປາເປົ້າ, ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ສາວຖືກໂຈນດືງກະເປົ໋າ ຕັ້ງສະຕິໄດ້ຕັດສິນໃຈຂີ່ຕຳລົດໂຈນລົ້ມແລ້ວພົນລະເມືອງດີ ຈັບໂຈນໄວ້ໄດ້ ສ່ວນສາວໃຈກ້າ ບາດເຈັບເລັກ  ທທທທທນ້ອຍ

ມາອັບເດດຍອດການຊ່ວຍເຫຼືອສາວນັກຮຽນໃຈເດັດ ຂີ່ລົດໄລ່ຕຳໂຈນດຶງກະເປົາຈົນໄດ້ຮັບບາດເຈັບມາຮອດຕອນເຊົ້າວັນທີ່ 23/10/2020 ເວລາ 07:17 ນາທີ ມີຍອດຊ່ວຍເຫຼືອຈາກສັງຄົມອອນລາຍ ມີທັງໝົດ: 29,000,000 ກີບ ດີໃຈນຳນ້ອງຫຼາຍໆເດີ ນ້ອງເປັນຄົນດີ ຄົນໃຈກ້າ ແລະ ບຸນຮັກສາ ສັງຄົມຍ້ອງຍໍ ຂໍໃຫ້ນ້ອງເປັນຄົນດີໃນສັງຄົມ ແລະ ຄອບຄົວພໍ່ແມ່ເດີ

ຝາກຂອບໃຈສັງຄົມລາວທີ່ບໍ່ຖິ້ມກັນແທນນ້ອງກ່ອນເດີ ຕອນນີ້ນ້ອງຍັງບາດເຈັບຮັກສາໂຕທີ່ຫ້ອງເຊົ່າຢູ່ ບາດນ້ອງຫາຍດີນ້ອຍໜຶ່ງຄ່ອຍຊິອອກມາຂອບໃຈສັງຄົມ

ຜູ່ເສຍຫາຍແມ່ນສາວນັກສຶກໃຈເດັດຄົນນີ້ ຊື່ວ່າ ນາງ ລີນາ ບຸນສີວິໄລພອນເປັນນັກສຶກສາ ຢູ່ໂຮງຮຽນຊັບພະວິຊາ ປີ 3 ເປັນຄົນມາຈາກ ຊຳເໜືອ ເມືອງ ສົບເບົາ ແຂວງ ຫົວພັນ ເກີດໃນຄອບຄົວຂາດເຂີນ

ດີໃຈນຳນ້ອງຫຼາຍໆເດີ ນ້ອງເປັນຄົນດີ ຄົນໃຈກ້າ ແລະ ບຸນຮັກສາ ສັງຄົມຍ້ອງຍໍ ຂໍໃຫ້ນ້ອງເປັນຄົນດີໃນສັງຄົມ ແລະ ຄອບຄົວພໍ່ແມ່ເດີຝາກຂອບໃຈສັງຄົມລາວທີ່ບໍ່ຖິ້ມກັນແທນນ້ອງກ່ອນເດີ ຕອນນີ້ນ້ອງຍັງບາດເຈັບຮັກສາໂຕທີ່ຫ້ອງເຊົ່າຢູ່ ບາດນ້ອງຫາຍດີນ້ອຍໜຶ່ງຄ່ອຍຊິອອກມາຂອບໃຈສັງຄົມຈາກກໍລະນີ້ ເຫັນໃຈສາວນັກສຶກສາໃຈເດັດຂີ່ລົດຕຳໂຈນດຶງກະເປົາທີ່ແອດມິນໄດ້ຕິດຕໍ່ຫາແລ້ວມາໂພສໃຫ້ສັງຄົມເຫັນໃຈ ຊຶ່ງເປັນຂ່າວໂດ່ງດັງ ແລະ ມີຄົນຊ່ວຍເຫລືອເປັນຈຳນວນຫຼວງຫຼາຍ ສາວນັກສຶກໃຈເດັດຄົນນີ້ ຊື່ວ່າ ນາງ ລີນາ ບຸນສີວິໄລພອນ ເປັນນັກສຶກສາ ຢູ່ໂຮງຮຽນຊັບພະວິຊາ ປີ 3 ເປັນຄົນມາຈາກ(ຊຳເໜືອ) ເມືອງ ສົບເບົາ ແຂວງ ຫົວພັນ ມາຮຽນຕໍ່ທີ່ນະຄອນຫລວງວຽງຈັນ ນ້ອງລີນ່າ ເກີດໃນຄອບຄົວຂາດເຂີນສາຍເຫດທີ່ເຮັດໃຫ້ນ້ອງໄດ້ຕັດສິນໃຈຂີ່ລົດຕຳໂຈນຍ້ອນວ່າ ນ້ອງບໍ່ມີທາງເລືອກ ເພາະເງິນໃນກະເປົ໋າແມ່ນເງິນກ້ອນສຸດທ້າຍ ຈຳນວນ 8 ແສນກີບ ທີ່ຈະໄປຈ່າຍຄ່າເທີມ ແລະ ຄ່າຫ້ອງເຊົ່າ

ຈາກເຫດການດັ່ງກ່າວເຮັດໃຫ້ນ້ອງບາດເຈັບສົມຄວນຄາງແຕກ ຫຍິບ 8 ເຂັມ ແລະ ລົດເປ້ເພ (ໂຊກດີມີຜູ້ໃຈບຸນອາສາແປງລົດໃຫ້ແລ້ວ) ຍັງແຕ່ຄ່າປິ່ນປົວແຕ່ທີ່ຮ້າຍແຮງໄປກວ່ານັ້ນກໍ່ຄື ອາທິດແລ້ວລົດຈັກຂອງນ້ອງກໍເສຍສະນັ້ນ, ໃຜທີ່ມີນ້ຳໃຈຢາກຊົມເຊີຍ ເພື່ອຊ່ວຍບັນເທົານ້ອງລີນາຜູ້ລະນ້ອຍກໍ່ຍັງດີ ສາມາດຊ່ວຍນ້ອງໄດ້ ໂດຍການໂອນໃສ່ບັນຊີນ້ອງລີນາເອງ ທີ່ທະນາຄານການຄ້າຕ່າງປະເທດໝາຍເລກບັນຊີ : 221120001515488001ຊື່ບັນຊີ : LEENA BOUNSEEVILAIPHONE HP

ຂ່າວທົ່ວໄປ