ຕໍາຫຼວດຈະລາຈອນ ແຂວງສະຫວັນນະເຂດ ຊີ້ແຈງຂໍ້ຂ້ອງໃຈ ເລື່ອງການຕັ້ງດ່ານຈັບຄວາມໄວ ຈາກກໍລະນີ ກ່ຽວກັບບັນຫາການສ່ອງແສງຂອງສື່ສັງຄົມອອນລາຍ ກໍ່ຄືເຟສບຸກ ກະບອກສຽງຂອງປະຊາຊົນ ທີ່ໂພສລົງໃນ ຄັ້ງວັນທີ 27 ກໍລະກົດ 2020 ວ່າເຈົ້າຫນ້າທີ່ຕໍາຫຼວດຈະລາຈອນ ປະຕິບັດຫນ້າທີ່ບໍ່ຖືກຕ້ອງ ໂດຍ ຕັ້ງດ່ານກວດກາຍິງຄວາມ ໄວຢູ່ນອກຕົວເມືອງ, ບ່ອນບໍ່ມີການສັນຈອນສັບສົນ, ຍິງຄວາມໄວໃສ່ປ້າຍ 50KM/h ບໍ່ຍິງໃສ່ປ້າຍ 90KM/h, ບັນຫາ
ການນໍາໃຊ້ບິນປັບໃຫມທີ່ບໍ່ແມ່ນຂອງກະຊວງການເງິນ ແລະ ບັນຫາຕ່າງໆ ຕໍ່ກັບສະພາບຫາງສຽງດັ່ງກ່າວ ທ່ານ ພັທ ນີວັນ ຈູມມະນີວົງ ຫົວພະແນກຈະລາຈອນ ແຂວງ ສະຫວັນນະເຂດ ຈື່ງໄດ້ມາຊີ້ແຈງໄຂຂໍ້ຂ້ອງໃຈໃນກໍລະນີດັ່ງກ່າວ: ເຊິ່ງສະຖານທີ່ ຍິງຄວາມໄວ ແລະ ຈຸດຕັ້ງດ່ານ ກວດກາຕົວຈິງ ສໍາລັບສະຖານທີ່ຕັ້ງກ້ອງຍິງຄວາມໄວ ແມ່ນຍັງຢູ່ໃນຕົວເມືອງ, ເຂດຊຸມຊົນ ຫຼື ເຂດບ້ານປະຊາຊົນ ທີ່ມີປ້າຍ ຈໍາກັດຄວາມໄວ (ຖ້າບ່ອນໃດບໍ່ມີປ້າຍກໍ່ບໍ່ສາມາດ
ຍິງຄວາມໄວໄດ້) ສ່ວນການຕັ້ງຈຸດກວດການັ້ນ ແມ່ນພວກເຮົາຕັ້ງຢູ່ ນອກຕົວເມືອງ, ນອກຊຸມຊົນ ຫຼື ນອກບ້ານປະຊາຊົນ ບ່ອນທີ່ເປັນເສັ້ນທາງ, ກວ້າງຂວາງ ສາມາດ ແນມເຫັນໄດ້ໄກ ເພື່ອເຮັດໃຫ້ການສັນຈອນຜ່ານຈຸດດັ່ງກ່າວ ມີຄວາມສະດວກ-ປອດໄພ. ກຳລັງທີ່ປະກອບໃນການກວດກາຍິງຄວາມ
ໄວແມ່ນ8-12ສະຫາຍຂື້ນໄປ(ຈະເປັນລົດປ້າຍລັດກໍ່ຈັດຕັ້ງປະຕິບັດເຊັ່ນກັນ;ສ່ວນການປັບໃຫມແມ່ນອິງໃສ່ດຳລັດເລກທີ 188/ນຍ ລົງວັນທີ3ກໍລະກົດ2017 ເຈົ້າຫນ້າທີ່ກໍ່ໄດ້ນໍາໃຊ້ບິນຮັບເງິນຄ່າບໍລິການ ຂອງກະຊວງປ້ອງກັນຄວາມສະຫງົບ ເຊິ່ງບິນ ດັ່ງກ່າວແມ່ນທາງກະຊວງການເງິນ ມອບໃຫ້ ກະຊວງປ້ອງກັນ
ຄວາມສະຫງົບນໍາໃຊ້ທົ່ວປະເທດ ແລະ ເງິນຈໍານວນດັ່ງກ່າວກໍ່ ໄດ້ມອບເຂົ້າງົບປະມານແຫ່ງຊາດກ່ຽວກັບການຕັ້ງຈຸດກວດກາຍິງຄວາມໄວ ຢູ່ໃນເທດສະບານແຂວງ ບໍ່ສາມາດຈັດຕັ້ງປະຕິບັດໄດ້ ຍ້ອນວ່າສະພາບການສັນຈອນມີຄວາມຫນາແຫນ້ນ, ຕໍ່ກັບການຕັ້ງຈຸດກວດກາຍິງຄວາມໄວຂອງເຈົ້າຫນ້າທີ່ ເຫັນວ່າ
ມັນໄດ້ສົ່ງຜົນກະທົບໂດຍກົງຕໍ່ພາກສ່ວນທີ່ເຄື່ອນໄຫວສະແຫວງຫາຜົນປະໂຫຍດທີ່ບໍ່ຊອບທໍາຕາມລະບຽບກົດຫມາຍໂດຍສະເພາະແມ່ນພາກສ່ວນທີ່ເຄື່ອນ ໄຫວຄ້າຂາຍສິ່ງຜິດກົດຫມາຍ, ບຸກຄົນທີ່ບໍ່ດີຈໍານວນຫນຶ່ງຖືກເຈົ້າຫນ້າທີ່ພວກເຮົາກວດກາສຶກສາອົບຮົມປັບໃຫມແລ້ວເກີດ ມີແນວຄິດ ບໍ່ພໍໃຈ ນອກຈາກນີ້
ການຕັ້ງດ່ານກວດກາຍິງຄວາມໄວ ມັນຈະບໍ່ໄດ້ຕາມໃຈຂອງທຸກພາກສ່ວນ ໃນສັງຄົມ ຍ້ອນວ່າບາງຄົນຢາກໄປໄວ, ບາງຄົນຢາກໄປຊ້າ ແຕ່ກົດຫມາຍຕ້ອງໄດ້ບັງຄັບ ເພື່ອຮັບປະກັນຄວາມປອດໄພ