ສຸດຍອດຫຼາຍ..!!!ຄູ່ຮັກຊ່ວຍກັນຫາເງິນ ສ້າງເຮືອນຫໍນຳກັນພຽງ 5 ເດືອນສຳເລັດ ຫຼັງຄົບຫາກັນມາ 2 ປີ

ສຸດຍອດຫຼາຍ..!!!ຄູ່ຮັກຊ່ວຍກັນຫາເງິນ ສ້າງເຮືອນຫໍນຳກັນພຽງ 5 ເດືອນສຳເລັດ ຫຼັງຄົບຫາກັນມາ 2 ປີ

ຜູ້ໃຊ້ເຟສບຸກຊື່ Thirayuth Thanasombounphanid ໄດ້ໂພສວ່າ: ບ້ານຫລັງນີ້ສ້າງຂຶ້ນເພາະຕັດສິນໃຈຈະແຕ່ງງານກັບແຟນAirry Xayvongsaທີ່ຄົບກັນມາສອງປີແຕ່ຮູ້ຈັກກັນລວມແລ້ວກະ7ປີ ແລ້ວເມື່ອກາງປີ2020ກະຂໍແຟນແຕ່ງງານເລີຍຕັດສິນໃຈສ້າງບ້ານຮ່ວມກັນໃຫ້ເປັນເຮືອນຫໍໃຫ້ເປັນເຮືອນທີ່ມີຄວາມຫມາຍຕໍ່ຄວາມຮັກເປັນສັນຍາລັກຄວາມສາມັກຄີຂອງພວກເຮົາທັງສອງຄົນທີ່ຊ່ວຍກັນຄົນລະໄມ້ລະມືຊ່ວຍກັນຫາຊ່ວຍກັນເກັບຊ່ວຍກັນສ້າງຫ້າເດືອນກໍ່ສຳເລັດແລະຂື້ນບ້ານ21/11/2020 ແລະຈະຈັດງານແຕ່ງ20/12/2020.

ຫາເງີນດ້ວຍຄວາມບໍລິສຸດບົນພື້ນຖານ7ປີຂອງຄວາມອົດທົນຕັ້ງໃຈພັດທະນາໂຕເອງຈາກການອ່ານຫນັງສືເປັນຮ້ອຍໆເຫລັ້ມແລະລົງມືເຮັດຂອບໃຈຜູ້ໃຫຍ່ທຸກຄົນທີ່ຜັກດັນໄປໃນທາງທີ່ດີສະເໝີມາ ຂອບໃຈຄວາມພະຍາຍາມຂອບໃຈທຸກຄວາມລຳບາກ ຂອບໃຈທຸກຄຳດູຖູກຂອບໃຈທຸກຄຳຕຳຫນິຕິຊົມ ຂອບໃຈໃນຄວາມບໍ່ຫຍໍ້ທໍ້ ຂອບໃຈຄອບຄົວພໍ່ແມ່ ຂອບໃຈຄົນຮັກທີ່ທີ່ມາຊ່ວຍກັນສ້າງກັນສາໃນຊ່ວງສອງປີມານີ້ ຂອບໃຈຍາດຕິພີ່ນ້ອງຫມູ່ເພື່ອນທັງຫມົດທຸກຄົນຜູ້ທີ່ເປັນທັງແຮງກາຍແຮງໃຈ ຄິດຮອດສະໄຫມທີ່ຕ້ອງຂັບລົດປຽກຝົນປຽກກາຍດ້ວຍນ້ຳຝົນປຽກໃຈດ້ວຍນ້ຳຕາ ຄິດຮອດຕອນທີ່ຕ້ອງນອນເດິກໆຕອນທີ່ທຸກຄົນນອນແຕ່ເຮົາຕ້ອງເຮັດບາງສີ່ງ ຄິດຮອດຕອນທີ່ລົດມັນເພຢູ່ກາງຂວາຢາວເປັນສອງກິໂລແຕ່ກະຕ້ອງຈູງ

ຂອບໃຈເພື່ອນອີກຫລາຍຄົນທີ່ລືມບໍ່ໄດ້ພວກເປັນໃຫ້ກູໄດ້ທຸກຢ່າງ(ມຶງຮູ້ວ່າມຶງແມ່ນໃຜ)ຊ່ວຍກູໃນຍາມລຳບາກ ທັງຫມົດທີ່ກ່າວມານີ້ຢາກໃຫ້ທຸກຄົນທີ່ກຳລັງຢາກຈະລົງມືເຮັດຫຍັງຈັກຢ່າງຫລືກຳລັງເຮັດຢູ່ຢ່າທໍ້ຖອຍເດີສູ້ຊົນຄວາມພຽນພະຍາຍາມບໍ່ເຄີຍຂ້າໃຜຕາຍມີແຕ່ເຮເຮົາເຂັ້ມແຂງຂື້ນຫລາຍກວ່າເກົ່າປັນຫາເຊັ່ນກັນມັນບໍ່ເຄີຍເຮັດໃຫ້ເຮົາຕາຍມັນມີແຕ່ຈະເຮັດໃຫ້ເຮົາເຕີບໂຕ ຂ້າພຮະເຈົ້າເຕີບໂຕມາຈາກຄວາມລຳບາກຕົ້ນທຶນຕິດລົບບໍ່ໄດ້ສວຍຫລູຄືຫລາຍຄົນຄິດ ທຸກຢ່າງຕ້ອງໃຊ້ຄວາມພຽນແລະພະຍາຍາມເດີ

ປ.ລ ແນະນຳໃຫ້ອ່ານຫນັງສືຫລາຍໆອ່ານທຸກແນວໂລດແລ້ວຊີວິດຈະປ່ຽນ

“ທ້າຍສຸດຂໍຝາກໃຫ້ທຸກຄົນຈົງໃຊ້ຊີວິດຢ່າງມີສະຕິດຳລົງຊີບດ້ວຍຄວາມບໍ່ປະຫມາດ”

ຂອບໃຈບໍລິສັດ Siviline Design and Consultant ໃຫ້ຄຳປຶກສາ ອອກແບບ ແລະ ກໍ່ສ້າງຄົບວົງຈອນ ທີ່ອອກແບບໃຫ້ ຂອບໃຈອ້າຍAkira Sithສະຖາປະນິກທີ່ອອກແບບໄດ້ຕາມຄວາມຕ້ອງການຂອງເຮົາ

ຂ່າວທົ່ວໄປ