ຄູ່ຮັກຕ່າງໄວຈາກປະເທດອີນໂດເນເຊຍທີ່ມີອາຍຸຫ່າງກັນກວ່າ 53ປີ ໄດ້ປະກາດຢ່າຮ້າງຢ່າກັນແລ້ວ ຫລັງຈາກແຕ່ງງານໄປພຽງ 3 ອາທິດ
ອາຍຸເປັນພຽງຕົວເລກແທ້ໆ ກາຍເປັນເລື່ອງຮືຮາຂອງປະເທດອີນໂດເນເຊຍ ຫລັງຈາກມີງານແຕ່ງງານຂອງຄູ່ຮັກຕ່າງໄວຄູ່ຫນື່ງທີ່ມີອາຍຸຕ່າງກັນເຖີງ 53 ປີ!
ເຈົ້າບ່າວເປັນຊາຍສູງໄວຊື່ ອະບາ ອະຊານາ ມີອາຍຸ 71ປີ ສ່ວນເຈົ້າສາວເປັນໄວລຸ້ນຊື່ ໂນນິ ອາຍຸພຽງ 18ປີເທົ່ານັ້ນ ຫລາຍຄົນຄົງເບີ່ງວ່າອາຍຸຫ່າງຂະຫນາດນີ້ເປັນການບັງຄັບແນ່ນອນ ແຕ່ເລື່ອງກັບບໍ່ເປັນເຊັ່ນນັ້ນ ເພາະທັງຄູ່ໃຫ້ສຳພາດວ່າ ພວກເຂົາຮັກກັນແທ້ບໍ່ໄດ້ຖືກບັງຄັບແຕ່ຢ່າງໃດ ທັງຍັງເວົ້າໃນການສຳພາດວ່າຕ່າງຄົນຕ່າງຊ່ວຍເຕີມເຕັມກັນແລະກັນອີກນຳ
ຄືຄວາມຮັກຈະຜ່ານໄປໄດ້ດ້ວຍດີ ແຕ່ເປັນທີ່ຫນ້າເສົ້າຫລັງຈາກແຕ່ງງານໄປໄດ້ພຽງ 22ມື້ ທັງຄູ່ກັບຢ່າຮ້າງກັນຮຽບຮ້ອຍແລ້ວ ໂດຍບໍ່ໄດ້ເປີດເຜີຍເຖີງສາເຫດການຢ່າຮ້າງວ່າເປັນເພາະເຫດໃດ ແຕ່ກໍ່ມີຄົນຄາດເດົາໄປຕ່າງໆນາໆ
ບາງຄົນກໍ່ໃຫ້ຄວາມເຫັນວ່າ ທັງຄູ່ອາດຖືກກົດດັນຈາກຄອບຄົວ ເພາະບໍ່ເຫັນດີກັບການແຕ່ງງານເທື່ຶອນີ້ ຫລືຄອບຄົວຂອງເຈົ້າບ່າວ ອະບາ ອະຊານາ ບັງຄັບໃຫ້ຢ່າ ເພາະກ່ອນຫນ້ານີ້ທາງຄອບຄົວຂອງເຂົາບໍ່ຮູ້ວ່າເຈົ້າສາວທີ່ຈະແຕ່ງງານນຳ ເປັນພຽງເດັກສາວໄວ 18 ປີ ຈື່ງຮັບບໍ່ໄດ້ແລ້ວບັງຄັບໃຫ້ຢ່າຮ້າງກັນ