ແຊຮແລ້ວໂຊກລາບຈະເຂົ້າຫາ ພົບພະພຸດທະຮູບສັກສິດ ບ້ານເມືອງລຽດ ເມືອງວຽງໄຊ​ ແຂວງຫົວພັນ

ແຊຮແລ້ວໂຊກລາບຈະເຂົ້າຫາ ພົບພະພຸດທະຮູບສັກສິດ ບ້ານເມືອງລຽດ ເມືອງວຽງໄຊ​ ແຂວງຫົວພັນ

ພົບພຣະພຸດທະຮູບທອງ ຈຳນວນ 12 ອົງ ທີຫົວພັນ ວັນທີ 17/12/2019. ຕອນບ່າຍ ເວລາ​ 14:30 ໂມງ ຄອບຄົວ​ພໍ່ອອກ ສິງພັນ ເພັງສະຫວັດ ຢູ່ບ້ານເມືອງລຽດ ເມືອງວຽງໄຊ​ ແຂວງຫົວພັນ

ໄດ້ພົບເຫັນພຣະພຸດທະຮູບທອງ ໃນເວລາກຳລັງຂຸດທາງລົດໄປນາ ໄດ້ພົບເຫັນພຣະ ຈຳນວນ 12 ອົງ,​ ແຕກຫັກອອກເປັນສ່ວນໆ ສ່ວນໂຕພຣະມີ 12 ອົງ,​ ສ່ວນຫົວ 6 ຫົວ ແລະ ແທ່ນແຕກຫັກເປັນຫລາຍສ່ວນ. ວັນທີ​ 25/12/2019.

ເຈົ້າ​ອະທິການວັດ ພ້ອມດ້ວຍການນຳເມືອງ,​ ອົງການຈັດຕັ້ງບ້ານ ພ້ອມດ້ວຍ​ພໍ່ແມ່​ປະຊາຊົນ​ ພາຍໃນບ້ານ ໄດ້ຈັດພິທີ ແຫ່ພຣະພຸດທະຮູບ​ທອງ ແລະ ຖວາຍຫ້ອງນ້ຳຢູ່ວັດ. ເປັນປະທານໂດຍ: ພຣະ​ຫລັກ​ຄຳ​ສະ​ຫັດ​ສະ​ເກ​ສີມຸນີ​ກາ​ຈານ​ (ລຳພັນ​ ບຸນມີໄຊ​)​

ເຈົ້າ​ຄະນະ​ແຂວງຫົວພັນ ພ້ອມດ້ວຍ​ ຄະນະ ອພສ ເມືອງວຽງໄຊ​ ໄດ້ເຂົ້າຮ່ວມພິທີດັ່ງກ່າວ.​ຫລັງຈາກ​ສຳເລັດພິທີຫລັງກ່າວແລ້ວ. ພຣະອາຈາຣຍ໌​ໃຫຍ່ພ້ອມດ້ວຍຄະນະ ການຳເມືອງ,​ ການນຳບ້ານ

ໄດ້ພາກັນໄປເບິ່ງ ຖ້ຳ ພຣະອາຈາຣຍ໌ ອາໄສຢູ່ຕອນສະໄຫມສົງຄາມ ທີ່ບ້ານເມືອງລຽດ ເມືອງວຽງໄຊ​ ແຂວງຫົວພັນ. ຂ່າວແລະຮູບພາບໂດຍ: ພຣະ​ອາຈານ​ອິ່ນແກ້ວ​ ວົງວິໄລທອງ.

ຂ່າວທົ່ວໄປ