RIP ຈາກໄປຢ່າງສະຫງົບ ນ້ອງ ອຸ້ຍ ອາສາໜວ່ຍກູ້ໄພມູນນິທິ 1623 (ຂໍສະແດງຄວາມເສຍໃຈນຳເດີ້)

RIP ຈາກໄປຢ່າງສະຫງົບ ນ້ອງ ອຸ້ຍ ອາສາໜວ່ຍກູ້ໄພມູນນິທິ 1623 (ຂໍສະແດງຄວາມເສຍໃຈນຳເດີ້)

ຂໍສະແດງຄວາມເສຍໃຈນຳທາງຄອບຄົວສິງຫາລາດ ທີ່ຕອ້ງສູນເສຍ ລູກຊາຍໂດຍບໍ່ມີວັນກັບຄືນມາກໍ່ຄື ນອ້ງ ແກ້ວບົວພາ ສິງຫາລາດ ( ອຸ້ຍ ) ຊີງເປັນອາສາ ໜວ່ຍກູ້ໄພມູນນິທິ 1623

ຕ່າງໜ້າຄະນະປະທານມູນນິທິຊວ່ຍເຫຼືອຄົນທຸກຍາກແຫ່ງ ສ ປ ປ ລາວ ພອ້ມໜວ່ຍງານ ( ສົງເຄາະ ) ຂອງມູນນິທິຊວ່ຍເຫຼືອຄົນທຸກຍາກ
ຂໍສະແດງຄວາມເສຍໃຈຢ່າງສຸດຊິ້ງ ນຳທາງຄອບຄົວສິງຫາລາດ ທີ່ ຕ້ອງສູນເສຍ ລູກຊາຍ ອັນເປັນທີ່ຮັກ

ຕອ້ງຈາກໄປໂດຍ ບໍ່ມີວັນກັບຄືນມາ ກໍ່ຄືທ້າວ ແກ້ວບົວພາ ສິງຫາລາດ ( ນອ້ງອຸ້ຍ )ຊີງໄດ້ເສຍຊີວິດ ໃນເວລາ 23:10 ນາທີ
ຂອງວັນທີ 16/11/2020

ລວມອາຍຸໄດ້ 23 ປີ ສວນວ່າສົບນອ້ງແກ້ວບົວພາ ( ອຸ້ຍ) ແມ່ນໄດ້ຄົບງັນ ຢູ່ ວັດສະພັງໝໍ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ
ພໍ່ແມ່ພີ່ນອ້ງໝູ່ເພື່ອນມິດສະຫາຍ

ທ່ານໃດສະດວກ ຢາກຮວ່ມກິນທານ ຫຼື ແບ່ງເບົາຄວາມທຸກໂສກ ນຳທາງຄອບຄົວ ຂອງນອ້ງອຸ້ຍ
ຂໍຮຽນເຊີນມາໄດ້ເລີຍ ຕາມທີ່ຢູ່ທີ່ແຈ່ງໄວ້ຂ່າງເທິງ

ສວ່ນວັນຊາປະນະກິດສົບແມ່ນຈະໄດ້ຈັດຂື້ນໃນ ມື້ວັນທີ 17/11/2020 ເວລາ 13:00 ທີ່ ວັດສາລາແດງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
ລັບໃຫ້ສະບາຍເດີ້ ແກ້ວບົວພາ ສິງຫາລາດ ເຈົ້າຈະຢູ່ໃນຄວາມຊົງຈຳຂອງພວກເຮົາຕະຫຼອດໄປ

 

ຂ່າວທົ່ວໄປ