ປາດໂທ! ເທຣນເນີໜຸ່ມຫຼໍ່ຊາວຈີນ ມາແຮງຫຼາຍ ປີດຽວໄດ້ລູກຄ້າເປັນແຟນ 108ຄົນ

ປາດໂທ! ເທຣນເນີໜຸ່ມຫຼໍ່ຊາວຈີນ ມາແຮງຫຼາຍ ປີດຽວໄດ້ລູກຄ້າເປັນແຟນ 108ຄົນ

ຕອນນີ້ກະແສຄົນຮັກສຸຂະພາບກໍາລັງມາແຮງ ແລະ ເປັນທີ່ນິຍົມຫຼາຍໃນໝູ່ສາວໆກ່ຽວກັບການຈ້າງເທຣນເນີສ່ວນຕົວ ເຊິ່ງຂ່າວທີ່ແອັດກໍາລັງຈະສະເໜີຕໍ່ໄປນີ້ ເປັນຂ່າວຂອງປະເທດຈີນ ເມື່ອໜຸ່ມເທຣນເນີສຸດເຈົ້າຊູ້ໄວ 26ປີ ຖືກເພື່ອນຮ່ວມງານອອກມາເປີດເຜີຍທາງອອນລາຍ ວ່າຜູ້ກ່ຽວເປັນແຟນກັບສາວໆລູກຄ້າກວ່າ 108ຄົນ.

ໂດຍເພື່ອນຮ່ວມງານຂອງເທຣນເນີ້ໜຸ່ມຄົນນີ້ ໄດ້ອອກມາເປີດເຜີຍວ່າ ລູກຄ້າສ່ວນໃຫຍ່ຈະເປັນລູກຄ້າຜູ້ຍິງ ທີ່ມີຊ່ວງອາຍຸປະມານ 40ປີຂຶ້ນໄປ ໂດຍພວກນາງຈະຈ້າງເທຣນເນີຄົນນີ້ໄປດູແລແບບໃກ້ຊິດຕົວຕໍ່ຕົວ ເຊິ່ງເຂົາກໍ່ເປັນທີ່ຖືກອົກຖືກໃຈຂອງສາວໃຫ່ຍຫຼາຍໆຄົນ ເພາະນອກຈາກຈະຫຸ່ນດີແລ້ວ ລາວຍັງປາກຫວານ ແລະ ຮູ້ວິທີເອົາໃຈສາວໆເປັນຢ່າງດີ.

ຕາມຂ່າວລະບຸວ່າ ຜູ້ຍິງສ່ວນໃຫຍ່ທີ່ສາມາດຈ້າງເທຣນເນີສ່ວນຕົວໄດ້ນັ້ນ ຈະເປັນໄວທໍາງານແລ້ວ ແລະ ຂ້ອນຂ້າງມີຖານະດີ ຈຶ່ງເຮັດໃຫ້ເຂົາເຈົ້າເປັນທີ່ລໍ້ຕາລໍ້ໃຈຂອງເທຣນເນີໜຸ່ມຄົນນີ້ ເຊິ່ງນອກຈາກສາວໆເຫຼົ່ານີ້ຈະຕ້ອງເສຍຄ່າເທຣນເນີແລ້ວ ພວກເຂົາຍັງຊື້ແບຣນເນມລາຄາແພງໄວ້ເປເທຣນເນີຄົນນີ້ຢູ່ຕະຫຼອດ.

ຂ່າວທົ່ວໄປ