ເຈົ້າບ່າວຍົກເລິກງານແຕ່ງທັນທີ ຫລັງເຫັນຫນ້າແຟນສາວ ທີ່ບໍ່ເຄີຍເຫັນກັນເລີຍເຖິງ 2 ປີ

ເຈົ້າບ່າວຍົກເລິກງານແຕ່ງທັນທີ ຫລັງເຫັນຫນ້າແຟນສາວ ທີ່ບໍ່ເຄີຍເຫັນກັນເລີຍເຖິງ 2 ປີ

ເອີ້ນໄດ້ວ່າເປັນເລື່ອງລາວທີ່ມີຄົນຕ່າງເຂົ້າມາສະແດງຄວາມຄິດເຫັນກັນເປັນຈຳນວນຫລາຍ ສຳລັບເລື່ອງລາວທີ່ເກີດຂຶ້ນມານານແລ້ວ ແຕ່ກໍ່ຍັງເປັນທີ່ເວົ້າຖຶງກັນຢ່າຫລວງຫລາຍ ສຳລັບວ່າທີ່ເຈົ້າບ່າວ ຊາວອິນໂດນີເຊຍ ຫລັງເຂົາຕົກລົງຈະແຕ່ງງານກັບແຟນສາວຄົບຫາດູໃຈກັນມາຍາວນານ ກວ່າ 2 ປີ

ແຕ່ແລ້ວເລື່ອງກໍ່ບໍ່ເປັນໄປຕາມທີ່ເຂົານັ້ນຄິດໄວ້ ເມື່ອເຫັນຕົວຈິງຂອງເຈົ້າສາວ ຊຶ່ງເຫດການນີ້ຖືກລາຍງານໂດຍເວັບໄຊຂ່າວຕ່າງປະເທດຊື່ດັງ ແລະຖືເປັນເລື່ອງລາວຕົວຢ່າງຂອງຮັກອອນໄລໄດ້ເປັນຢ່າງດີ ກັບການຄົບກັນໂດຢບໍ່ເຄີຍເຫັນຫນ້າທັ້ງນີ້ທ້າວຍູຊຸບ ຊາຍຫນຸ່ມຜູ້ຫາຮັກແທ້ ໄດ້ເຫັນກັບແຟນສາວຄົນນີ້ຂະນະເດີນທາງໄປທຳງານທີ່ເກົາຫລີໃຕ້

ໃນສ່ວນຂອງສາວຄົນນີ້ນັ້ນທຳງານຢູ່ໄຕ້ຫວັນ ຊຶ່ງທັ້ງຄູ່ພົບກັນໃນໂລກອອນໄລນ໌ ແລະໂທລະສັບລົມກັນພຽງເທົ່ານັ້ນບໍ່ເຄີຍພົບຫນ້າຈິງໆ ຈັກເທື່ອ ທັ້ງນີ້ຝ່າຍຍິງຍັງປະຕິເສດການວິດີໂອຄອນເຮັດໃຫ້ ຍູຊຸບ ຫມົດໂອກາດທີ່ຈະໄດ້ເຫັນແຟນສາວຂອງເຂົາໂດຍສິ້ນເຊິງ ບໍ່ພຽງເທົ່ານັ້ນດ້ວຍຄວາມຮັກທີ່ມີໃຫ້ລົ້ນໃຈ ຍູຊຸບ ຍັງໂອນເງິນໃຫ້ແຟນສາວທີ່ບໍ່ເຄີຍເຫັນຫນ້ານາງນີ້ໃຊ້ຈ່າຍໃນຊີວິດປະຈຳວັນ ຊຶ່ງເມື່ອນັບລວມກັບເງິນທີ່ເຂົາໂອນໃຫ້ແຟນສາວເປັນຄ່າປີ້ເຄື່ອງບິນໄປ – ກັບ ອິນໂດນີເຊຍ ເພື່ອຂໍເບິ່ງຫນ້າແຟນສາວແລ້ວລວມເປັນເງິນ 10 ລ້ານລູປີ ຫລືປະມານ 21,600 ບາດ

ຫລັງຈາກຄົບຫາດູໃຈກັນນານກວ່າ 2 ປີ ຝ່າຍຍິງກໍ່ຍຶ່ນຂໍ້ສະເໜີໃຫ້ ຖ້າຫາກຝ່າຍຊາຍຮັກແທ້ກໍ່ຄວນແຕ່ງງານເລີຍ ໂດຍຝ່າຍ ຍູຊຸບ ກໍ່ບໍ່ຂັດຂ້ອງແມ້ແຕ່ນ້ອຍ ແຖມຍັງອອກເງິນຄ່າຕຽມງານເອງທັ້ງຫມົດ ແລະວິນາທີ ທີ່ລໍຄອຍກໍ່ມາເຖິງ ເມື່ອ ຍູຊຸບ ໄດ້ເຫັນໂສມຫນ້າຂອງເຈົ້າສາວທີ່ມີຜ້າຄຸມທີ່ປິດບັງມາຍາວນານຕະລອດ 2 ປີ ທີ່ຄົບກັນ

ຍິງໃນຮູບກັບສາວທີ່ຢູ່ຕໍ່ຫນ້າ ຊ່າງແຕກຕ່າງກັນຫລາຍຈົນ ຍູຊຸບ ຕ້ອງຂໍຍົກເລິກງານແຕ່ງທັນທີ ເພາະເຈົ້າສາວທີ່ຢູ່ຕໍ່ຫນ້າ ນັ້ນເບິ່ງແກ່ແລະເຖົ້າຫລາຍບໍ່ເຫມືອນຮູບທີ່ນຳມາແອບອ້າງໃນພາບຫລັງ ຊາບວ່າຮູບທີ່ສາວຄົນນີ້ນຳມານັ້ນເປັນຮູບພາບຂອງ ອິນຕັນ ເປີມາຕາ ນັກແຕ່ງຫນ້າຄົນດັງໃນຈັງຫວັດຊວາກາງ ຂອງອິນໂດນີເຊຍ ນັ້ນເອງ

ຂ່າວທົ່ວໄປ