ສະບາຍດີແອັດມິນ, ຂ້ອຍໄດ້ຮັບບັດເຊີນຈາກແຟນເກົ່າ ຄວນໄປດີບໍ່? ເລຶ່ອງກະມີຢູ່ວ່າ: ຂ້ອຍລົມກັບຍິງຄົນໜຶ່ງທີ່ເຮັດວຽກບ່ອນດຽວກັນໄດ້ປະມານ 2 ປີ ຕອນລົມກັນກະຮູ້ສຶກດີແທ້ ມາວຽກກໍ່ໄດ້ມາເຫັນໜ້າກັນ ໄດ້ມາເຈິກັນ ໄດ້ໄປກິນເຂົ້ານຳກັນ ບາງມື້ເລີກວຽກກະໄດ້ໄປຊຸມແຊວ ຫຼື ກິນເຂົ້າແລງນຳກັນ ຊ່ວງທີ່ລົມກັນກະຮູ້ສຶກດີ ຂ້ອຍກະເອົາໃຈທຸກຢ່າງ ຈາກທີ່ເປັນຜູ້ຊາຍທີ່ບໍ່ຄ່ອຍໄດ້ເອົາໃຈເກັ່ງ ຂ້ອຍກໍ່ເລິ່ມປ່ຽນແປງໂຕເອງກະຍ້ອນໄດ້ມາຮູ້ຈັກກັບຄຳວ່າຮັກ

ອໍ…ລືມບອກຕອນທີ່ເລີ່ມຈະລົມກັນນັ້ນແມ່ນຍ້ອນຖືກຄົນຮ່ວມງານເຢີ້ຍນີ້ລະ ເຢີ້ຍໄປເຢີ້ຍມາລະກະ..ມັກກັນ ແຕ່ຈຸດເສຍຂອງຂ້ອຍນັ້ນ ຈະເປັນຄົນທີ່ເວລາຮັກໃຜແລ້ວຈະຮູ້ສຶກຫຶງເຂົາ ຮູ້ສຶກຢາກຢູ່ນຳຕະຫຼອດ..ລາວກໍ່ບໍ່ມັກເປັນຄົນທີ່ມັກໃຫ້ຫຶງປານໃດ

ວັນເວລາຜ່ານໄປໄວປານດອກໝາກຄາຍບານ..ເມື່ອທຸກຢ່າງອິ່ມໂຕ ມັນກະເລີ່ມກາຍມາເປັນສິ່ງທີ່ບໍ່ຄ່ອຍມີຄວາມໝາຍ ລາວເປັນຄົນງາມ ຂ້ອຍຮູ້ວ່າມີຫຼາຍຄົນມາລົມນາງ ຍ້ອນບໍ່ຢາກເສຍເຂົາໄປ ເລີຍພະຍາຍາມເຮັດທຸກສິ່ງຢ່າງເພຶ່ອດຶງເຂົາໄວ້ ແຕ່ຍິ່ງເຮັດໄປເຂົາກໍ່ຍິ່ງລຳຄານ ເປັນຍ້ອນເຂົາໝົດໃຈ ຫຼື ເຮົາເຮັດລົ້ນກາຍໄປກັນແທ້

ແລ້ວຈຸດຈົບກໍ່ມາເຖິງ ມື້ໜຶ່ງທີ່ຈັບໄດ້ວ່າເຂົາໄປກັບອີກຄົນ ຂ້ອຍກໍ່ສໍ້ລາວເຕັມທີ່ ໃນທີ່ສຸດລາວກໍ່ບອກວ່າລາວມັກຄົນທີ່ອາຍຸຫຼາຍກວ່າ ຂ້ອຍອາຍຸ 23 ລາວ 25 ແລ້ວລາວກໍ່ໄປຄົບກັບອີກຄົນທີ່ອາຍຸ 32 ທີ່ມີຄວາມໝັ້ນຄົງ ແລະ ຖານະການເງິນພ້ອມກວ່າ ຂ້ອຍກະງົງ ອົດສາເຮັດໂຕດີມາຕະຫຼອດ ສຸດທ້າຍເຫດຜົນທີ່ເລີກຍ້ອນຕົນອາຍຸນ້ອຍກວ່າ ຄິດແລ້ວໂຄດຢາກຫົວ ອາຍຸນ້ອຍກະຜິດ..ຕອນນັ້ນຂ້ອຍເສຍໃຈຫຼາຍ ລາວມາຂໍເປັນໝູ່ນຳຂ້ອຍ ແຕ່ຂ້ອຍປະຕິເສດ

ນັບແຕ່ນັ້ນມາ ຂ້ອຍບໍ່ສາມາດສູ້ໜ້າເຂົາໄດ້ ຈາກທີ່ເຄີຍປ່ຽນແປງໂຕເອງມາເປັນຄົນທີ່ເອົາໃຈເກັ່ງ ຂ້ອຍກະກັບຄືນເຂົ້າສູ່ໂໝດເກົ່າ ກັບມາເປັນຄົນເດີມໆ ເຫັນລາວຢູ່ທາງໃດ ຂ້ອຍຕ້ອງຍ່າງອ້ອມກາຍໄປໄກໆ ມີບາງເທຶ່ອຕອນທີ່ຍ່າງສວນທາງກັນ ຊ່ວງທຳອິດລາວຈະຫຼົບໜ້າຄືກັນ ແຕ່ຊ່ວງຫຼັງໆລາວກໍ່ພະຍາຍາມແນມເບິ່ງເຮົາ ແຕ່ເຮົາກໍ່ທຳທ່າບໍ່ເຫັນ ຫຼົບໜ້າແລ້ວຍ່າງກາຍໄປ ມີບາງມື້ລາວພະຍາຍາມເວົ້ານຳ ແລະ ເວົ້າຢອກແຕ່ຂ້ອຍບໍ່ສາມາດເວົ້າກັບລາວໄດ້ປົກກະຕິ

ຜ່ານໄປ 1 ປີ ຂ້ອຍກໍ່ບໍ່ໄດ້ຮູ້ສຶກເຈັບບໍ່່ໄດ້ຮູ້ສຶກຮັກຫຍັງກັບລາວແລ້ວ ບໍ່ໄດ້ຄຽດ ຫຼື ແຄ້ນຫຍັງແລ້ວ ແຕ່ວ່າຂ້ອຍກໍ່ບໍ່ມີຫຍັງຈະເວົ້ານຳລາວຄືກັນ ໃນໃຈກະໃຫ້ອະໄພລາວໃດ້ ເພາະຄິດໄດ້ວ່າ ເຂົາສົມຫວັງແລ້ວ ເຮົາຈະມາໂສກເສົ້າຈົມກັບອະດີດເຮັດຫຍັງ ແລ້ວຂ້ອຍກໍ່ທຳໃຈໄດ້ ແຕ່ຂ້ອຍກະຍັງບໍ່ທັນໄດ້ມີໃຜເທຶ່ອ..ແຕ່ມາວັນໜຶ່ງເຂົາເອົາຊອງບັດເຊີນແຕ່ງງານມາຢາຍຢູ່ບ່ອນເຮັດວຽກ ແລ້ວຍຶ່ນໃຫ້ຂ້ອຍພ້ອມ ພ້ອມທັງເວົ້າວ່າ ໄປເດີ້..ຂ້ອຍອຶ້ງແລະປາກຫຍັງບໍ່ອອກ ຫົວໃຈເຕັ້ນແຮງຂື້ນ ຕົກສະເງີ້ຈົນເຮັດຫຍັງບໍ່ເປັນ ໃນໃຈເລີ່ມຮູ້ສຶກເປັນຫງອຍໆ ອີກຄັ້ງ ຂ້ອຍບໍ່ຮູ້ຈະຕອບຫຍັງ ມີແຕ່ຈັບເອົາບັດນຳລາວ ແລ້ວລາວກະອອກໄປ

ຝາກຖາມແອັດມິນວ່າ ເຮົາຄວນຈະໄປດີບໍ່? ເພາະກະຍັງລັງເລວ່າຈະໄປ ຫຼື ບໍ່ ເພາະໃນໃຈກະໃຫ້ອະໄພລາວແລ້ວ ຖ້າເຮົາໄປເຂົາຈະດີໃຈບໍ່? ເປັນຫຍັງເຂົາຄືກ້າເອົາບັດມາໃຫ້ເຮົາ? ຖ້າເຮົາບໍ່ໄປເຂົາຈະວ່າຫຍັງບໍ່?
ຕາມຄວາມຄິດເຫັນ ຢາກໃຫ້ລອງຖາມຖາມໂຕເອງໃໝ່ວ່າໃຫ້ອະໄພລາວຊ່ຳໃດ? ເພາະເຫັນຫຼາຍຄົນແລ້ວ ເຈັບ ແລະ ຊາໄປໝົດ ຈົນຕົວະໂຕເອງວ່າລືມໄປແລ້ວ ທີ່ຈິງຖ້າບໍ່ຄິດແຄ້ນຫຍັງ ເຮົາກະບໍ່ໄດ້ເຈັບຫຍັງຕໍ່ ແຕ່ເວລາທີ່ເຫັນໜ້າກັນແລ້ວບໍ່ສາມາດເວົ້ານຳໃດ້ ແມ່ນນອນຢູ່ໃນກໍລະນີທີ່ ຄວາມຊົງຈຳຂອງເຮົາກັບລາວຍັງມີເຕັມຢູ່ ໃນໃຈເລິກໆຍັງນ້ອຍໃຈ ແລະ ຄຽດໃຫ້ລາວຢູ່ ຖ້າຄົນທີ່ເລີກກັນໄປ ຕ່າງຄົນຕ່າງມີແຟນໃໝ່ ຫຼື ບໍ່ມີ ກະກັບມາເປັນໝູ່ກັນໄດ້, ມີຫຍັງກະລົມກັນ ກວນກັນຄືເກົ່າອັນນີ້ແມ່ນເອີ້ນວ່າ ຕັດໃຈ ແລະ ໃຫ້ອະໄພໄດ້ແທ້ ແຕ່ຕ້ອງແມ່ນຄົນທີ່ໃຈແຂງ ແລະ ປະສົບການສູງສົມຄວນ
ແຕ່ກໍລະນີຂອງເຈົ້າຂອງເລຶ່ອງນີ້ ແມ່ນຕົກໃນກໍລະນີທີ່ເຮົາເອງເປັນຄົນທີ່ໃຈອ່ອນແນ່, ເລີຍຮັບກັບເລຶ່ອງນັ້ນໄດ້ລຳບາກ ຖ້າໃຈເຮົາຍັງອ່ອນແອ ແລະ ຍັງບໍ່ມີໃຜແບບນີ້ ແອັດມິນຂໍແນະນຳໃຫ້ກັບໄປຄິດວ່າ: ເມຶ່ອເຮົາໄປງານ ແລ້ວ ໄປເຈິຍິງຜູ້ທີ່ເຮົາເຄີຍຮັກສຸດໃຈນັ້ນຢືນຄູ່ກັບຄົນອຶ່ນທີ່ເປັນເຈົ້າບ່າວ ເຮົາຈະຮັບໄດ້ບໍ່? ແລ້ວເຫັນຕອນຟ້ອນລຳວົງ ໂຍນດອກໄມ້, ຫຼື ແມ້ກະທັ່ງການຫອມແກ້ມກັນໃນງານ ເຮົາຈະຍັງຮັບພາບເຫຼົ່ານັ້ນໄດ້ບໍ່? ຖ້າຮັບກັບເຫດການນັ້ນໄດ້ກໍ່ໄປ, ເພາະຈະເຮັດໃຫ້ລາວດີໃຈວ່າ ເຈົ້າໃຫ້ອະໄພລາວແລ້ວ….
ແຕ່ຖ້າຮັບກັບພາບເຫຼົ່ານັ້ນບໍ່ໄດ້ ກໍ່ບໍ່ຄວນໄປເລີຍ ມັນຈະຍິ່ງເຮັດໃຫ້ເຮົາເສຍໃຈ ແອັດມິນເຊື່ອວ່າບໍ່ມີໃຜດອກທີ່ຈະບໍ່ຄິດ ເວລາເຫັນຄົນທີ່ເຮົາຮັກກຳລັງແຕ່ງງານກັບຄົນອຶ່ນ ແລະ ເຂົາຈະບໍ່ເວົ້າຫຍັງໃຫ້ເຮົາດອກ ເພາະການທີ່ລາວເອົາບັດມາໃຫ້ກະເປັນພຽງການເຊີນຕາມມາລະຍາດ ຄືໃນກໍລະນີຂອງເຈົ້າແຫ່ງເຮັດວຽກບ່ອນດຽວກັນ ຄົນອຶ່ນໄດ້ຊອງໝົດ ແລ້ວບໍ່ໃຫ້ເຈົ້າຄົນດຽວ ແລ້ວ ມັນຈະຄືບໍ່ລະ? ສະນັ້ນການທີ່ໄປ ຫຼື ບໍ່ໄປ ມັນບໍ່ໄດ້ເປັນປະເດັນຫຼັກ…ຄຳຖາມທີ່ເຈົ້າຄວນຖາມໂຕເອງກະຄື ຈະຍອມຮັບເວລາເຫັນເຂົາໃນງານແຕ່ງບໍ່? ຮັບໄດ້ກະໄປ ຮັບບໍ່ໄດ້ກໍ່ບໍ່ຄວນຝືນໄປເລີຍ..ຝາກໃຫ້ໄປຄິດ ແລະ ຕັດສິນໃຈເດີ້