ງານນີ້ສາວໜ້າຫວານຢ່າງແກ້ວຕາ ພອນປະເສີດ ເຖິງກັບເດືອດ ແມ່ນຫຍັງຄືການ ຖືກເຟສບຸກປອມຕົວະໃຫ້ໂອນເງິນ ແລ້ວສົ່ງເຂົ້າມາດ່າແກ້ວຕາ ທີ່ເປັນບັນຊີແທ້ ທັງຄັອມເມັນດ່າໃນໂພສທີ່ເຮັດວຽກ. ສຳລັບໃນກໍລະນີນີ້ ດາລາສາວຄົນນີ້ ເຄີຍຊີ້ແຈງມາຫຼາຍເທື່ອແລ້ວວ່າ Facebook ແທ້ ນັ້ນແມ່ນບັນຊີ Keota Phonepasert ແລະ ມີຜູ້ຕິດຕາມ 419,874 ຄົນ. ພ້ອມເຄີຍໂພສເຕືອນຢູ່ຕະຫຼອດ ໃຫ້ທຸກຄົນລະວັງ ຄົນທີ່ເຮັດເຟສປອມ ເພາະອາດຈະສ້າງຄວາມເສຍຫາຍ ແລະ ຖືກຕົວະໄດ້.
ແຕ່ຮູ້ສຶກວ່າຄຳເວົ້າແກ້ວຕາ ນັ້ນຈະບໍ່ເປັນຜົນແຕ່ຢ່າງໃດ ເພາະມີຄົນທີ່ບໍ່ຫວັງດີຫຼາຍຄົນແຮງ ທີ່ໄດ້ສ້າງຊື່ເຟສບຸກປອມ ຫຼອກເປັນຕົວຈິງຂອງແກ້ວຕາ ເຊິ່ງຫຼາຍກວ່າ 20 ບັນຊີ.
ແຖມຫຼ້າສຸດມີໜຶ່ງບັນຊີ ຄືຜູ້ທີ່ຫາກໍຖືກຫຼອກ ເຊິ່ງເປັນຜູ້ທີ່ສົ່ງມາດ່າແກ້ວຕາໃນຕອນນີ້. ລາວໄດ້ເຊື່ອວ່າຄົນທີ່ຕົນແຊັດ ຫຼື ໂອ້ລົມຢູ່ນຳແມ່ນສາວ ແກ້ວຕາ ແທ້ ຈຶ່ງມີການລົມກັນເປັນໄລຍະໜຶ່ງ ພໍມາຮູ້ໂຕອີກຄັ້ງກໍຖືກຫຼອກໄປແລ້ວ.
ຍ້ອນຄວາມທີ່ຖືກຕົວະ ຫຼື ໂມໂຫຢ່າງໃດກໍແລ້ວແຕ່ ເລີຍລາມມາຮອດແຊັດດ່າສາວແກ້ວຕາ ຜູ້ບໍ່ຮູ້ເລື່ອງຫຍັງ ພ້ອມຄອຍເຕືອນມາຕະຫຼອດວ່າລະວັງ ເຟສບຸກປອມ ຢູ່ດີກໍຖືກດ່າແບບນີ້ ມີຫວາຈະຍອມ ເຊິ່ງແບບນີ້ກໍເຮັດໃຫ້ແກ້ວຕາ ບໍ່ພໍໃຈຂຶ້ນມາທັນທີ ພ້ອມໂພສລະບາຍ ຜ່ານເຟສບຸກສ່ວນຕົວ ແຟນຄລັບຫຼາຍຄົນຕ່າງກໍມາໃຫ້ກຳລັງໃຈ ໃຫ້ແກ້ວຕາຜ່ານເລື່ອງນີ້ໄປໄດ້.
ຢ່າງໃດກໍຕາມໃຫ້ທຸກຄົນມີສະຕິນຳກັນໃນການໃຊ້ສື່ອອນລາຍ ເພາະເຈົ້າອາດຈະເປັນອີກຄົນທີ່ຖືກຕົວະໄດ້ເຊັ່ນກັນ ຈາກຜູ້ບໍ່ຫວັງດີ ແລະ ມັກສ້າງຄວາມວຸ່ນວາຍ ກ່ອນຈະໂອນເງິນໃຫ້ໃຜ ຫຼື ເຊື່ອໃຜຄວນໄຕ່ຕອງ ໃຫ້ກັບມາຄິດສັງຄົມອອນລາຍ ເຊື່ອໃຈໄດ້ສໍ່າໃດ?