ຊື່ຕ່າງປະເທດລາຍງານວ່າ ເດັກສາວອາຍຸ 17 ປີ ຄິມເບີລີ້(Kimberly) ຊາວຟິລິບປິ້ນ ເຊື່ອວ່າໂຕເອງນັ້ນກຳລັງ “ມີລູກກັບປາ” ຫຼົງໂຕເອງລົງໄປຫຼີ້ນນຳໃນຄະນະທີ່ໂຕເອງເປັນປະຈຳເດືອນ ຕໍ່ມາມີຂະຫນາດໜ້າທ້ອງທີ່ຂະຫຍາຍໃຫຍ່ຂື້ນເລື້ອຍໆ ພ້ອມໄດ້ມີການໂຊຜົນ ອັລຕຣ້າຊາວ ສຸດຊອ໊ກ!!
ຄິມເບີລີ້ ເລີ້ມຮູ້ສືກເຈັບປວດຢູ່ຊ່ອງທ້ອງມາປະມານ 1 ປີ ແລະ ຮູ້ສືກວ່າພຸງຂອງເຂົາ ເລລີ້ມຂະຫຍາຍໃຫຍ່ຂື້ນເລື້ອຍໆ ເຊີ່ງໄດ້ເຮັດໃຫ້ ພໍ່ ແລະ ເພື່ອນໆຂອງເຂົາຕ່າງຄິດວ່າລາວກຳລັງຖືພາ ແຕ່ລາວກໍ່ໄດ້ຢືນຢັນວ່າ ຕົນເອງບໍ່ເຄີຍມີແຟນ ແລະ ບໍ່ເຄີຍມີເພດສຳພັນມາກ່ອນເລີຍ.
ເຊີ່ງວ່າຍ່າຂອງລາວເຊື່ອວ່າ ແມ່ນມີບາງສິ່ງໄດ້ເຂົ້າໄປໃນໂຕລາວ ເພາະລາວເຄີຍຫຼີ້ນນ້ຳທະເລ ໃນຄະນະທີ່ລາວມີປະຈຳເດືອນ ແລະ ເມື່ອລາວໄປ ອັລຕຣ້າຊາວ ເພື່ອເບີ່ງວ່າມີຫຍັງຢູ່ໃນທ້ອງຂອງລາວກັນແທ້.
ຜົນແມ່ນໄດ້ປະກົດວ່າ ມັນຄືບາງສິ່ງທີ່ໜ້າຕາຄ້າຍກັບປາ ເຊີ່ງເຮັດໃຫ້ລາວເຊື່ອວ່າໄດ້ມີລູກກັບປາ.
ມີຄຳຖາມເກີດຂື້ນ: ລາວມີລູກກັບປາໄດ້ແທ້ໆບໍ? ແມ່ນຫຍັງທີ່ຢູ່ໃນທ້ອງຂອງລາວກັນແທ້? ເພື່ອຫາຄຳຕອບທີ່ຊັດເຈນ ລາວໄດ້ເດີນທາງໄປຫາໝໍ ເຊີ່ງໝໍກໍ່ໄດ້ກ່າວວ່າ: ສິ່ງທີ່ຢູ່ໃນທ້ອງຂອງເຂົານັ້ນ ຖ້າຫາກແນມເບີ່ງຜິວເຜີນ ຈະເບີ່ງຄ້າຍໆກັບປາ ແບບສຸດໆ ແຕ່ທີ່ຈິງແລ້ວມັນແມ່ນ “ ຖົງນ້ຳຮັງໄຂ່ “ ມັນເປັນໄປບໍ່ໄດ້ເລີ່ຍທີ່ມະນຸດ ຈະມີລູກກັບປາ ຫາກວ່າປາໄດ້ເຂົ້າໄປໃນລະບົບສືບພັນຂອງມະນຸດ ມັນບໍ່ມີທາງທີ່ຈະມີຊີວິດລອດໄດ້ ແລະສະນັ້ນ ຄິມເບີລີ້ ຕ້ອງເຂົ້າຮັບການຜ່າຕັດ ເພື່ອເອົາຖົງນ້ຳຮັງໄຂ່ອອກ ໂດຍໄດ້ຮັບການຊ່ວຍເຫຼືອດ້ານການໃຊ້ຈ່າຍ ຈາກໂຮງພະຍາບານໃນພື້ນທີ່.