ຂ່າວນີ້ຢູ່ປະເທດເພື່ອນບ້ານ ອ່ານແລ້ວຕ້ອງສະດຸ້ງ ເພາະເປັນເລື່ອງໃກ້ໂຕ ແລະ ເຮົາກໍຕ້ອງໄດ້ໃສ່ໃຈ ກັບກໍລະນີທີ່ເຈົ້າໜ້າທີ່ຂອງຫວຽດນາມກວດພົບຂະບວນການນຳເອົາຖົງຢາງອະນາໄມທີ່ໃຊ້ແລ້ວມາລ້າງທຳຄວາມສະອາດ ແລ້ວບັນຈຸໃຫ້ເປັນຄືສິນຄ້າໃໝ່ ກ່ອນນຳໄປວາງຂາຍຕໍ່ໃນທ້ອງຕະຫຼາດ.
ເຫດການດັ່ງກ່າວນີ້ເກີດຂຶ້ນທີ່ແຂວງບິ່ນເຢືອງ ຂອງຫວຽດນາມ ໂດຍເຈົ້າໜ້າທີ່ຕຳຫຼວດໄດ້ກວດສອບເຮືອນເຊົ່າຫຼັງໜຶ່ງແລ້ວພົບວ່າມີຂະບວນການດັ່ງທີ່ກ່າວໄປເບື້ອງຕົ້ນເມື່ອວັນທີ 22 ກັນຍາ 2020.

ຍິງສາວຊື່ວ່າ Pham Thi Thanh Ngoc ເຊິ່ງເປັນຜູ້ດຳເນີນການຣີໄຊເຄິນຖົງຢາງອະນາໄມຫຼາຍກວ່າ 324,000 ອັນ ກ່າວວ່າ ໄດ້ຮັບວຽກມາຈາກຜູ້ຊາຍທີ່ບໍ່ຮູ້ຊື່ ແລະ ແຫຼ່ງທີ່ມາຂອງຖົງຢາງທີ່ໃຊ້ແລ້ວແມ່ນເລາະເກັບຊື້ຈາກໂຮງແຮມໃນເຂດແຂວງດັ່ງກ່າວ ໂດຍຜູ້ທີ່ນຳມາສົ່ງກໍເປັນຜູ້ຊາຍທີ່ມອບວຽກນີ້ໃຫ້ເຮັດນັ້ນເອງ.

ທັງນີ້ ພຶດຕິກຳດັ່ງກ່າວນີ້ຖືວ່າມີຄວາມອັນຕະລາຍຫຼາຍຕໍ່ສຸຂະພາບຂອງຜູ້ຊົມໃຊ້ ເພາະວ່າການນຳໃຊ້ຖົງຢາງອະນາໄມທີ່ບໍ່ໄດ້ຄຸນນະພາບນັ້ນມີຄວາມສ່ຽງທັງຕໍ່ການຕິດເຊື້ອພະຍາດທີ່ຕິດຕໍ່ທາງເພດສຳພັນ ລວມທັງເຮັດໃຫ້ຖືພາໂດຍບໍ່ຕັ້ງໃຈໄດ້. ອີກຢ່າງໜຶ່ງຖົງຢາງອະນາໄມແມ່ນບໍ່ໄດ້ຮັບການອອກແບບມາເພື່ອໃຫ້ໃຊ້ຊໍ້າໄດ້ ສະນັ້ນເວລາເລືອກຊື້ຄວນຊື້ຍີ່ຫໍ້ທີ່ຮູ້ຈັກກັນດີຈາກຮ້ານຄ້າທີ່ໜ້າເຊື່ອຖື ແລະ ບັນຈຸພັນກໍຕ້ອງຢູ່ໃນສະພາບດີ ແລະ ມີຂໍ້ມູນອະນຸຍາດຈຳໜ່າຍທີ່ຖືກຕ້ອງເທົ່ານັ້ນ.