ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກໄດ້ ກຽມພ້ອມຮັບມືໃນການແຜ່ລະບາດຂອງ ໄວຣັສໂຄໂຣນາ ທີ່ພວມລະບາດໃນບັນດາປະເທດເພື່ອນບ້ານ ໂດຍການກະກຽມແຜນຮອງຮັບທາງດ້ານສາທາລະນະສຸກ ຄຽງຄູ່ກັບການໃຫ້ຂໍ້ມູນຄວາມເຂົ້າໃຈ ແລະ ວິທີປ້ອງກັນໂຕເອງຈາກພະຍາດດັ່ງກ່າວ
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວໃນມື້ວານນີ້ວ່າ: ກະຊວງສາທາລະນະສຸກໄດ້ມີການກະກຽມຫ້ອງພິເສດ ຢູ່ບັນດາໂຮງໝໍຕ່າງໆ ພ້ອມອຸປະກອນເພື່ອປ້ອງກັນການຕິດເຊື້ອ ແລະ ລົດສຸກເສີນ, ລວມໄປເຖິງການຝຶກອົບຮົມ ໃຫ້ກັບພະນັກງານແພດໝໍ ແລະ ພະຍາບານດ້ານການປິ່ນປົວ, ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ
ທ່ານ ຍັງແຈ້ງຕື່ມອີກວ່າ ນັກວິຊາການ ລາວໄດ້ສົບທົບກັບ ນັກວິຊາການຂອງອົງການອະນາໄມໂລກ ເພື່ອຄົ້ນຄວ້າການຕີລາຄາຄວາມສ່ຽງໃນການແຜ່ລະບາດ ແລະ ກໍ່ເຫັນວ່າລາວມີຄວາມສ່ຽງທີ່ຈະມີລາຍງານຂອງເຊື້ອໄວຣັດໂຄໂຣນານີ້. ແຕ່ເຖິງຢ່າງໃດກໍ່ຕາມ ລັດຖະບານ ກໍ່ໄດ້ມີການເຝົ້າລະວັງແຕ່ຫົວທີ ໂດຍ ການກັ່ນກອງຜູ້ເຂົ້າມາຢູ່ບັນດາດ່ານສາກົນຂອງແຕ່ລະແຂວງໃນທົ່ວປະເທດ. ນອກນັ້ນ, ຍັງໃຫ້ຄວາມຮູ້, ສຶກສາອົບຮົມ ແລະ ວິທີປ້ອງກ່ຽວກັບພະຍາດດັ່ງກ່າວໃຫ້ແກ່ປະຊາຊົນ
ວິທີປ້ອງກັນ:
- ຫຼີກເວັ້ນການເດີນທາງໄປໃນເຂດ ທີ່ມີການລະບາດ ແລະ ເຂດຊຸມຊົນແອອັດຖ້າບໍ່ຈຳໄປ.
- ຫຼີກເວັ້ນການສຳພັດໃກ້ຊິດກັບຄົນທີ່ມີອາການຄືເປັນໄຂ້ຫວັດ ໄອ, ໄຂ້, ເຈັບຄໍ ແລະ ຫາຍໃຈຍາກ.
- ຫຼີກເວັ້ນການສຳພັດກັບສັດເປັນ ຫຼື ສັດຕາຍ.
- ຫຼີກເວັ້ນການກິນອາຫານທີ່ເປັນສັດປ່າ.
- ມີມາລະຍາດໃນການຈາມ ເວລາຈາມໃຫ້ປິດປາກ ແລະ ລ້າງມືຂອງຕົນໃຫ້ສະອາດ ໃສ່ສະບູ ຢາຂ້າເຊື້ອ ຫຼື ເຫຼົ້າ 90.
- ຖ້າທ່ານໃດມີອາການຄືດັ່ງທີ່ກ່າວມາຂ້າງເທິງນັ້ນ ໃຫ້ໄປພົບແພດໝໍ ທີ່ຢູ່ໃກ້ບ້ານ ພ້ອມທັງແຈ້ງປະຫວັດການເດີນທາງພາຍໃນ 14 ວັນທີ່ຜ່ານມາ
- ເບີໂທສອບຖາມຂໍ້ມູນ ຫຼື ແຈ້ງທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມ ຫຼື ຖ້າຫາກພົບເຫັນຄົນເຈັບທີ່ສົງໄສອາດເປັນພະຍາດດັ່ງກ່າວ ແມ່ນໃຫ້ໂທແຈ້ງເບີ: +856-20 5406 6777 ຫຼື ເບີສຸກເສີນ 166
ທາງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຍັງໄດ້ອະທິບາຍກ່ຽວກັບໄວຣັດໂຄໂຣນາ ໄດ້ຖືກຄົ້ນພົບໃນ 80 ປີ ກ່ອນໂດຍນັກຄົ້ນຄວ້າ, ເຊື້ອໄວຣັສດັ່ງກ່າວສາມາດເຮັດໃຫ້ຄົນມີອາການອັກເສບລະບົບຫາຍໃຈ ແຕ່ກັບສັດຄື: ໝູ, ໝາ ແມ່ນຈະມີອາການລຳໄສ້ອັກເສບ, ໄກ່ ແມ່ນຫຼອດລົມ ອັກເສບ ແລະ ໜູ ແມ່ນຕັບອັກເສບ
ສຳນັກຂ່າວບີບີຊີຂອງທາງການຈີນລາຍງານວ່າ ປັດຈຸບັນມີຜູ້ເສຍຊີວິດແລ້ວ 56 ຄົນ ແລະ ຕິດເຊື້ອໄວຣັດໂຄໂຣນາໃນຈີນ 1.975 ຄົນ ແລະ ມີຜູ້ຕິດເຊື້ອຈາກ 9 ປະເທດທົ່ວໂລກ ເຮັດໃຫ້ຈຳນວນຕົວເລກຜູ້ຕິດເຊື້ອທັງໝົດຕອນນີ້ມີ 2.000ຄົນ
ອ່ານຂ່າວທີ່ກ່ຽວຂ້ອງກັບຂ່າວນີ້ຍ້ອນຫຼັງທີ່ລິ້ງ
ລາວປະກາດພາວະສຸກເສີນດ້ານສາທາລະນະສຸກລະຫວ່າງປະເທດ
ດ່ວນ! ສາທາລະນະສຸກແຈ້ງກຽມຮັບມືກັບພະຍາດປອດອັກເສບທີ່ ກໍາລັງລະບາດ ຢູ່ ສປ ຈີນ
“ໂຣກປອດອັກເສບ” ລະບາດໜັກທີ່ຈີນ! ພົບຜູ້ຕິດເຊື້ອຢູ່ໄທ ແລະ ຍີ່ປຸ່ນແລ້ວ
ຮຽບຮຽງຂ່າວ: ພຸດສະດີ
ຂອບໃຈຮູບພາບປະກອບຈາກ: http://www.asianews.it