ກຸ່ມບໍລິສັດ ວິສະວະກຳກໍ່ສ້າງທາງລົດໄຟຈີນ (CRCEG) ສຳເລັດການກໍ່ສ້າງສະຖານີລົດໄຟລາວ-ຈີນແຫ່ງທຳອິດ ຫຼັງຕິດຕັ້ງຄອນກຣີດທ່ອນສຸດທ້າຍເທິງອາຄານຫຼັກຂອງສະຖານີນາເຕີຍສຳເລັດ. ສະຖານີນີ້ຕັ້ງຢູ່ໃນແຂວງຫຼວງນໍ້າທາ.
ສະຖານີນາເຕີຍເປັນສູນກາງຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ສຳຄັນໃນພາກເໜືອຂອງລາວ ປະກອບດ້ວຍຊານຊາລາ 1 ແຫ່ງ ພ້ອມລາງລົດໄຟ 3 ລາງ, ໂຖງສະຖານີ, ໂຖງພັກຜູ້ໂດຍສານ, ຫ້ອງຈຳໜ່າຍປີ້, ສະຖານີຍ່ອຍ ແລະ ຫ້ອງສຳນັກງານ.
ນັບຕັ້ງແຕ່ເດີນໜ້າກໍ່ສ້າງເມື່ອວັນທີ 20 ກໍລະກົດ 2020 ຝ່າຍໂຄງການຂອງບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ດຳເນີນການກໍ່ສ້າງໂດຍປະຕິບັດມາດຕະການປ້ອງກັນ ແລະ ຄອວບຄຸມການແຜ່ລະບາດຂອງໂຄວິດ-19 ຢ່າງເຄັ່ງຄັດ ພ້ອມທັງດຳເນີນການກໍ່ສ້າງໃນໄລຍະທີ່ມີອຸປະສັດຕ່າງໆເນື່ອງຈາກລະດູຝົນ ລວມທັງສະພາບການຂາດວັດສະດຸກໍ່ສ້າງ ແຕ່ໃນທີ່ສຸດກໍສາມາດເລັ່ງການກໍ່ສ້າງອາຄານສະຖານີຈົນສຳເລັດໃນັວນທີ 16 ກັນຍາ 2020 ເຊິ່ງຖືວ່າສຳເລັດກ່ອນກຳນົດ
ທັງນີ້ ລາງລົດໄຟສາຍນີ້ຖືກສ້າງຂຶ້ນໂດຍນຳເອົາມາດຕະການຈັດການ ແລະ ມາດຕະຖານດ້ານເຕັກນິກຂອງຈີນມາໃຊ້ຢ່າງເຕັມຮູບແບບ. ທາງລົດໄຟສາຍນີ້ມີໄລຍະ 422 ກິໂລແມັດ ມີອຸມົງ 75 ແຫ່ງ ຄວາມຍາວລວມ 198 ກິໂລແມັດ ແລະ ມີຂົວເຊິ່ງຄວາມຍາວລວມ 62 ກິໂລແມັດ ຈຸດເລີ່ມຕົ້ນຢູ່ທີ່ນະຄອນຫຼວງວຽງຈັນ ມຸ່ງໜ້າສູ່ບໍ່ເຕ່ນ ຊາຍແດນລາວ-ຈີນ ດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ.