ພະຍາດອະຫິວາໝູອາຟຣິກາ ເປັນໄພຄຸກຄາມອຸດສາກຳລ້ຽງໝູໃນປະມານສອງປີກ່ອນໜ້ານີ້ ເວົ້າສະເພາະປະເທດເຮົາເອງ ຈຳນວນຟາມໝູໄດ້ຫຼຸດລົງຢ່າງຊັດເຈນສົ່ງຜົນໃຫ້ລາຄາຊິ້ນໝູຕາມທ້ອງຕະຫຼາດເພີ່ມສູງຂຶ້ນ ແກ່ຍາວມາມາຮອດປະຈຸບັນຍັງແກ້ບໍ່ຕົກຍ້ອນການສະໜອງບໍ່ພຽງພໍຕາມຄວາມຕ້ອງການ ແລະມັນກໍ່ກັບມາລະບາດອີກຮອບ ກວດພົບຫຼ້າສຸດຢູ່ຫຼວງນ້ຳທາ.
ສະນັ້ນ, ເພື່ອປ້ອງກັນແຕ່ຕົ້ນ ແຂວງບໍ່ແກ້ວ ໄດ້ສັ່ງໂຈະຊົ່ວຄາວ ການນໍາເຂົ້າໝູຊີ້ນ ໝູພໍ່ແມ່ພັນແລະ ຜະລິດຕະພັນຊີ້ນໝູ ທຸກຊະນິດຈາກ ແຂວງຫລວງນໍ້າທາ ໂດຍອີງຕາມແຈ້ງການ ກ່ຽວກັບການໂຈະຊົ່ວຄາວການນໍາເຂົ້າໝູຊີ້ນ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກແຂວງຫລວງນໍ້າທາ ຫລື ຜ່ານແຂວງຫລວງນໍ້າທາ ແລະ ປະເທດໄທ, ເລກທີ 713/ຫວຂ.ບກ, ລົງວັນທີ 04 ສິງຫາ 2020. ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ ເຂົ້າສູ່ແຂວງບໍ່ແກ້ວ, ເຊິ່ງຈະສ້າງຄວາມເສຍຫາຍຢ່າງມະຫາສານຕໍ່ເສດຖະກິດຂອງແຂວງ ແລະ ຈະເປັນຜົນກະທົບໂດຍກົງຢ່າງໃຫຍ່ຫລວງ ຕໍ່ຜູ້ປະກອບການລ້ຽງໝູ ພ້ອມນີ້ ຈະມີຜົນກະທົບຕໍ່ການສະໜອງສະບຽງອາຫານ ຕໍ່ຜູ້ບໍລິໂພກຊີ້ນໝູດ້ວຍ.
ແຂວງບໍ່ແກ້ວ ອອກແຈ້ງການໂຈະຊົ່ວຄາວ ການນໍາເຂົ້າໝູຊີ້ນ ໝູພໍ່ແມ່ພັນ ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກແຂວງຫລວງນໍ້າທາ ຫລື ຈາກບັນດາແຂວງພາຍໃນ ແລະ ຕ່າງ ປະເທດ (ສປ ຈີນ, ສສ ຫວຽດນາມ) ຜ່ານແຂວງຫລວງນໍ້າທາ ແລະ ຈາກປະເທດໄທ ເຂົ້າມາ ແຂວງບໍ່ແກ້ວ ເນື່ອງຈາກວ່າປັດຈຸບັນ ມີການແຜ່ລະບາດຮ້າຍແຮງ ຂອງພະຍາດອະຫິວາໝູອາຟຣິກາ ທີ່ ສປ ຈີນ ສສ ຫວຽດນາມ ປະເທດໄທ ມຽນມາ ແລະ ໃນປັດຈຸບັນ ກໍາລັງມີການລະບາດຢູ່ແຂວງ ຫລວງນໍ້າທາ.
ສະນັ້ນຮຽກຮ້ອງໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດໃຫ້ເຂັ້ມງວດກວດກາ ບໍ່ໃຫ້ມີການລັກລອບນໍາເຂົ້າໝູຊີ້ນ ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດຈາກບັນດາແຂວງ ປະເທດໃກ້ຄຽງ ທີ່ໄດ້ກ່າວມາຂ້າງເທິ່ງນັ້ນຢ່າງເຂັ້ມງວດ ຫາກເຈົ້າໜ້າທີ່ກວດພົບເຫັນລົດຕ່າງໝູມີຊີວິດ ຕ້ອງສົ່ງກັບຄືນຕົ້ນທາງ ຫາກແມ່ນຜະລິດຕະພັນກ່ຽວກັບໝູ ແມ່ນໃຫ້ຍຶດ ແລະ ທໍາລາຍກັບທີ່ ພ້ອມປັບໃໝ ແລະ ສຶກສາອົບຮົມຕາມລະບຽບການ.
ຖ້າຜູ້ປະກອບການ ຈະນໍາເຂົ້າໝູພໍ່ແມ່ພັນ ໝູຊີ້ນ ໝູນ້ອຍ ແລະ ຜະລິດຕະພັນໝູ ແມ່ນຕ້ອງໄດ້ຮັບອະນຸຍາດຈາກ ກົມລ້ຽງສັດ ແລະ ການປະມົງ ແລະ ຕ້ອງມີໃບຢັ້ງຢືນທີ່ມາຂອງໝູ ຈາກເຂດທີ່ປອດພະຍາດໝູອອກໃຫ້ໂດຍກົມລ້ຽງສັດ ແລະ ການປະມົງ, ຕ້ອງມີໃບຢັ້ງຢືນມາດຕະຖານຟາມຕົ້ນທາງ ມີໃບຢັ້ງຢືນສຸຂະພາບຜົນກວດບໍ່ພົບເຊື້ອຂອງພະຍາດ FMD ASF ແລະ PRRS ຈາກຫ້ອງວິໄຈຂອງພາກລັດເທົ່ານັ້ນ.