ພັທ ສົມພຽງ ສຸກປະເສີດ ຫົວໜ້າຫ້ອງການກອງບັນຊາການ ປກສ ນວ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປ້ອງກັນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄລຍະ 6 ເດືອນທ້າຍປີ 2020 ແລະ ວາງທິດທາງແຜນການ 6 ເດືອນຕົ້ນປີ 2021 ວັນທີ 27 ພະຈິກ 2020 ໃຫ້ຮູ້ວ່າ:ໄລຍະ 6 ເດືອນຜ່ານມາ ກໍາລັງປ້ອງກັນ ແລະ ພາກສ່ວນກ່ຽວຂ້ອງໃນການຮັກສາຄວາມສະຫງົບສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນໃນນີ້ມີຄ້າຂາຍຢາເສບຕິດ 1 ຄົນ ລັກຊັບ 3 ຄົນ ກວດພົບຂອງກາງຢາບ້າ 119 ເມັດເຫຼັກສໍາເລັດຮູບ 4 ທ່ອນນໍ້າໜັກ 32 ກິໂລ ເຫຼັກຈັບລາງລົດໄຟ 4 ອັນລົງກວດກາຮ້ານຮັບຊື້ເຫຼັກເສດ1 ຮ້ານຢູ່ບ້ານໜອງພະຍາພົບເຫັນເຫຼັກທີ່ຄົນລັກມາຂາຍມີຄື ເຫຼັກແຜ່ນຈໍານວນ 30 ແຜ່ນເຫຼັກກຽວໃຫຍ່ 7 ໂຕ ເຫຼັກກຽວກາງ 262 ໂຕ ເຫຼັກກຽວນ້ອຍ 14 ໂຕ.
ພັອ ສຸກພະຈັນ ບຸດດາຄໍາຫົວໜ້າກອງບັນຊາການ ປກສ ນວ ໄດ້ເນັ້ນໃຫ້ກໍາລັງ ປກສ ທີ່ເຮັດວຽກງານປ້ອງກັນດັ່ງກ່າວໂດຍສະເພາະບັນດາ ປກສ ເມືອງ ປກສ ກຸ່ມທີ່ຖືກແຕ່ງຕັ້ງຮັບຜິດຊອບປ້ອງກັນໂຄງການດັ່ງກ່າວຕ້ອງໄດ້ເອົາໃຈໃສ່ ແລະ ເຂັ້ມງວດໃນການປ້ອງກັນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຮັກສາຊີວິດ ຊັບສິນ ແລະ ອຸປະກອນໃນການກໍ່ສ້າງບໍ່ໃຫ້ຄົນບໍ່ດີມາລັກເອົາໄດ້ ເປັນຕົ້ນແມ່ນເຫຼັກທີ່ນໍາໃຊ້ເຂົ້າໃນການກໍ່ສ້າງໃນນີ້ຕ້ອງປະສານສົມທົບກັບບັນດາບ້ານໃຫ້ມີສ່ວນຮ່ວມເປັນເຈົ້າການໃນການປ້ອງກັນ ແລະ ລົງເຮັດບົດບັນທຶກກັບບັນດາຮ້ານຮັບຊື້ເຫຼັກເສດຫ້າມຮັບຊື້ອຸປະກອນກໍ່ສ້າງເສັ້ນທາງລົດໄຟພ້ອມນີ້ໃຫ້ສ່ອງແສງລາຍງານສະພາບການໃຫ້ເປັນປົກກະຕິເພື່ອເກັບກໍາສະພາບການຕ່າງໆ
ຖ້າຫາກພົບເຫັນກໍລະນີລັກອຸປະກອນໃນການກໍ່ສ້າງເສັ້ນທາງລົດໄຟທຸກປະເພດຕ້ອງດໍາເນີນຄະດີຕໍ່ຜູ້ກະທໍາຜິດຢ່າງເດັດຂາດເພື່ອຮັບປະກັນບໍ່ໃຫ້ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນຖືກລັກ ແລະ ຍັກຢອກເອົາຊັບໄປໄດ້ ທັງຮັບປະກັນໃຫ້ກໍາມະກອນ ແລະ ວິຊາການມີຄວາມປອດໄພຫຼາຍຂຶ້ນກວ່າເກົ່າ.