ສິງກະໂປກາຍເປັນປະເທດທຳອິດຂອງອາຊຽນ ທີ່ຫ້າມບໍ່ໃຫ້ນັກທ່ອງທ່ຽວຈາກຈີນແຜ່ນດິນໃຫຍ່ເດີນທາງເຂົ້າປະເທດຊົ່ວຄາວ ເພື່ອຕ້ານການລະບາດຂອງໄວຣັດໂຄໂຣນາສາຍພັນໃໝ່ ຫຼັງຈາກທີ່ພົບຜູ້ຕິດເຊື້ອໃນປະເທດແລ້ວ 16 ຄົນ
ສຳນັກຂ່າວ South China Morning Post ລາຍງານໃນມື້ນີ້ (31 ມັງກອນ 2020) ວ່າ ສິງກະໂປຈະບໍ່ໃຫ້ຊາວຈີນແຜ່ນດິນໃຫຍ່ເດີນທາງເຂົ້າປະເທດ ລວມທັງຄົນຕ່າງປະເທດທີ່ມີປະຫວັດການເດີນທາງໄປຈີນແຜ່ນດິນໃຫຍ່ໃນ 14 ມື້ທີ່ຜ່່ານມາ ເຊິ່ງນີ້ເຮັດໃຫ້ສິງກະໂປເປັນປະເທດທຳອິດຂອງອາຊຽນທີ່ດຳເນີນມາດຕະການດັ່ງກ່າວ
ມາດຕະການດັ່ງກ່າວຈະມີຜົນທັນທີ ໂດຍຈະມີການຢຸດອອກວີຊາໃໝ່ ແລະ ຫ້າມເດີນທາງເຂົ້າປະເທດເລີ່ມແຕ່ເວລາ 23:59 ຂອງວັນເສົານີ້ (1 ກຸມພາ). ທັງນີ້ ລັດຖະບານສິງກະໂປຍັງບໍ່ໄດ້ເປີດເຜີຍວ່າມາດຕະການດັ່ງກ່າວນີ້ຈະຖືກຍົກເລີກເມື່ອໃດ.
ປັດຈຸບັນ ຍອດຜູ້ຕິດເຊື້ອຢູ່ຈີນມີ 9,767 ລາຍ ແລະ ເສຍຊີວິດແລ້ວຢ່າງໜ້ອຍ 213 ຄົນ ຂະນະທີ່ປະເທດອື່ນໆອີກກວ່າ 20 ປະເທດກໍພົບຜູ້ຕິດເຊື້ອແລ້ວ. ສ່ວນລາວຍັງບໍ່ທັນມີລາຍງານກໍລະນີຕິດເຊື້ອເທື່ອ
ຂໍ້ມູນ : SCMP