ຂົວຫັກແລ້ວ….​ແຈ້ງເຕືອນ ຂົວ ໄປເມືອງໝື່ນ ຫັກແລ້ວ ການສັນຈອນ ຕິດຄັດ ໄປບໍ່ໄດ້

ຂົວຫັກແລ້ວ….​ແຈ້ງເຕືອນ ຂົວ ໄປເມືອງໝື່ນ ຫັກແລ້ວ ການສັນຈອນ ຕິດຄັດ ໄປບໍ່ໄດ້

ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໃນເຊົ້າວັນທີ່ 20 /9/2020 ຂົວຫັກ ແລ້ວ ເຮັດໃຫ້ການສັນຈອນຕິດຂັດໄປບໍ່ໄດ້..​ຂົວນີ້ ຢູ່ບ້ານນໍ້າຂວາງ ໃກ້ກັບບ້ານເມືອງໝື່ນ, ເມືອງໝື່ນ, ແຂວງວຽງຈັນ.

ຂົວດັ່ງກ່າວແມ່ນເປເພແລະຊູດໂຊມມາດົນແລ້ວ. ກ່ອນໜ້ານີ້ ປະຊາຊົນລາຍງານໃຫ້ຮູ້ ໃນຕອນແລງວັນທີ 10 ກັນຍາ 2020 ນີ້ວ່າ

ສະພາບຂົວບ້ານນາອ່າງ ທາງໄປວັດໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ ແມ່ນເພໜັກ, ແລະ ກໍາລັງຢູ່ໃນຂັ້ນຕອນກວດກາ ແລະ ສ້ອມແປງ ຈາກພາກສ່ວນກ່ຽວຂ້ອງ.

ສາລະໜ້າຮູ້