ສຳນັກຂ່າວໄຊນາໂກຣໂບ ລາຍງານວ່າ ທ່ານໝໍ ຫຼຽງ ຫວູ່ຕົ່ງ ໄວ 62 ປີ ເຊິ່ງເປັນແພດປະຈຳໂຮງໝໍຫູເປີ່ຍ ແລະເປັນຜູ້ທີ່ຕ້ອງໃກ້ຊິດກັບຜູ້ປ່ວຍໄວຣັສໂຄໂຣນາສາຍພັນໃໝ່ ໄດ້ເສຍຊີວິດລົງແລ້ວ ເພາະຕິດເຊື້ອພະຍາດດັ່ງກ່າວ
ທ່ານໝໍ ຫຼຽງ ຫວູ໋ຕົງ ອາຍຸ 62 ປີ ໄດ້ເສຍຊີວິດ ໃນເວລາ 7:00 ໂມງຂອງວັນທີ 25 ມັງກອນນີ້ ໂດຍລາວຕ້ອງສົ່ງໄສວ່າຕິດເຊື້ອໃນອາທິດກ່ອນ ຈາກນັ້ນໄດ້ຖືກສົ່ງຕົວໄປຮັກສາທີ່ໂຮງໝໍ Jinyintan ໃນເມືອງອູ່ຫັນ
ຂ່າວລາຍງານໃນວັນທີ 25 ມັງກອນ 2020 ນີ້ໂດຍຄະນະກຳມະການສຸຂະພາບແຫ່ງຊາດຈີນ ຢືນຢັືນພົບຜູ້ເສຍຊີວິດ ຈາກໄວຣັສໂຄໂຣນາ ເພີ່ມອີກ 15 ລາຍໃນນັ້ນມີທ່ານໝໍຫຼຽງລວມຢູ່ນຳ ແລະມີຜູ້ຕິດເຊື້ອລາຍໃໝ່ຢ່າງໜ້ອຍ 444 ຄົນ ສົ່ງຜົນໃຫ້ຍອດລວມຜູ້ເສຍຊີວິດແລ້ວ 41 ຄົນ ແລະ ຕິດເຊື້ອ 1.287 ຄົນ
ຂະນະທີ່ຈີນໄດ້ສົ່ງບຸກຄະລາກອນທາງການແພດຂອງກອງທັບ 450 ຄົນ ໂດຍຫຼາຍຄົນເຄີຍມີປະສົບການກັບການຕໍ່ສູ້ກັບໂຣກພະຍາດອີໂບລາ ໄປເມືອງອູ່ຫັນແລ້ວ ເພື່ອໄປປະຈຳຕາມໂຮງໝໍທີ່ກຳລັງຮັບມືກັບຜູ້ຕິດເຊື້ອຈຳນວນຫຼາຍ