ຜູ້ຖອດລະຫັດກໍາມະພັນໂຄໂຣນາໄວລັດສາຍພັນໃໝ່ 2019 ຄົນທໍາອິດໃນໄທ

ຜູ້ຖອດລະຫັດກໍາມະພັນໂຄໂຣນາໄວລັດສາຍພັນໃໝ່ 2019 ຄົນທໍາອິດໃນໄທ

ເປັນບັນຫາ ແລະ ເລື່ອງທີ່ທົ່ວໂລກຕ່າງໃຫ້ຄວາມສົນໃຈກ່ຽວກັບໄວຣັສ ໂຄໂລນ່າ ຫຼື ພະຍາດອັກເສບປອດສາຍພັນໃໝ່ ທີ່ຫຼາຍໆຄົນຄິດວ່າຕົ້ນເຫດແມ່ນມາຈາກເຈຍ ແຕ່ວ່າຮູ້ການວິນິໄສຂອງ ຜູ້ຖອດລະຫັດພັນທຸກໍາ ຫຼື ກໍາມະພັນຂອງພະຍາດດັ່ງກ່າວຄົນທໍາອິດໃນໄທທີ່ກ່າວວ່າ: “ໄວຣັດໂຄໂລນາສາຍພັນໃໝ່ 2019” ນອກຈາກປະເທດຈີນຄົນທໍາອິດຊີ້ ເຊື້ອ ຄືກັບໂຕເຈຍ 96 %, ແຕ່ຍັງບໍ່ຮູ້ວ່າຈາກໂຕເຈຍມາຕິດໃສ່ຄົນນັ້ນມາໄດ້ແນວໃດເທື່ອ

ຜູ້ຖອດລະຫັດພັນທຸກໍາ ຫຼື ກໍາມະພັນຂອງພະຍາດດັ່ງກ່າວຄົນທໍາອິດໃນໄທ ແມ່ນ ດຣ. ສຸພາພອນ ວັດສະຫຼະພຶດສາດີ (ดร.สุภาภรณ์ วัชรพฤษาดี )ຮອງຫົວໜ້າສູນວິທະຍາສາດສຸຂະພາພາບໂລກລະບາດໃໝ່ ຄະນະແພດສາດ ສະພາກາຊາດໄທ ນັກເທກນິກການແພດຍິງຜູ້ຖອດລະຫັດກໍາມະພັນໂຄໂຣນາໄວລັດສາຍພັນໃໝ່ 2019

ໄດ້ກ່າວວ່າ: ຊ່ວງປາຍປີ 2562 – 2563 ເຮົາເອີ້ນເຊື້ອນີ້ວ່າ ພະຍາດ X ເພາະບໍ່ຮູ້ວ່າເປັນພະຍາດຫຍັງ ໂດຍໄວລັດທີ່ເຮົາກໍາລັງພະເຊີນຢູ່ນີ້ຢູ່ໃນກຸ່ມເບີຕ້າ ກຸບບີ ແຕກຕ່າງຈາກ “ເມີສ” ທີ່ເປັນກຸບຊີ

ໃນການວິນິໄສໂລກນີ້ເລີ່ມເມື່ອວັນທີ 8 ມັງກອນ ນາຍແພດໂຣມ ພົບຜູ້ປ່ວຍຕ້ອງສົງໃສ ມີອາການໄຂ້ ມີອາການໃນລະບົບຫາຍໃຈມາຈາກເມືອງອູ່ຮັນ ຈຶ່ງຕ້ອງສົ່ງຕົວຢ່າງມາກວດ ໂດຍເຮົາໃຊ້ການກວດທັງຕະກຸນຂອງໄວລັດ ແລ້ວພົບຜົນບວກສະເພາະໂຄໂຣນາໄວຣັສຢ່າງດຽວ ໃນຂະນະທີ່ເຊື້ອໄຂ້ຫວັດບໍ່ພົບ ຈາກນັ້ນໄດ້ເຮັດການການຖອດລະຫັດເຊື້ອ ເຊິ່ງປົກກຕິຕ້ອງນໍາໄປທຽບວ່າເປັນເຊື້ອຫຍັງ

ແຕ່ຂະນະນັ້ນປະເທດຈີນຍັງບໍ່ບອກວ່າ ເຊື້ອທີ່ເຂົາພົບເປັນເຊື້ອທີ່ເຂົາພົບເປັນເຊື້ອຫຍັງ ວັນທີ 9 ຍັງບໍ່ມີຂໍ້ມູນ ຈຶ່ງນໍາໄປທຽບກັບ “ທະນາຄານພັນທຸກໍາໂລກ” ພົບວ່າຜົນອອກມາເປັນ “ເຊື້ອໂຄໂຣນາທີ່ຄ້າຍກັບໂລກຊາສທີ່ມີຕົ້ນຕໍມາຈາກໂຕເຈຍ ຕໍ່ມາເມື່ອວັນທີ 11 ມັງກອນ ທາງການຈີນເລີ່ມປ່ອຍຂໍ້ມູນລະຫັດເຊື້ອທີ່ພົບຈາກຜູ້ປ່ວຍ ເຮົາຈຶ່ງນໍາມາປຽບທຽບ ແລະ ພົບວ່າ 100 %, ຄືກັບຜູ້ປ່ວຍທີ່ອູ່ຮັນ

ວັນທີ 12 ມັງກອນ ມີການປະຊຸມຄະນະກໍາມະການຄວບຄຸມໂລກ ແລະ ກໍົມວິທະຍາສາດການແພດກວດຊໍ້າອີກຄັ້ງ ຈາກນັ້ນວັນທີ 13 ມັງກອນ ຈຶ່ງມີການປະກາດວ່າປະເທດໄທພົບຜູ້ຕິດເຊື້ອຈາກໂຄໂຣນາໄວຣັສສາຍພັນໃໝ່ 2019 ຄົນທໍາອິດ.

ຖ້າເຂົາບອກວ່າທີ່ seafood market ທີ່ຕະຫຼາດການຄ້າອາຫານທະເລທີ່ອູຮັນ ວ່າບ່ອນໃດຂາຍຫຍັງແນ່ ມີການຂາຍສັດໂຕກາງບໍ່ ເພາະຕອນນີ້ເຂົາບອກວ່າເຫດຕົ້ນຕໍນັ້ນຢູ່ທີ່ນັ້ນ ແຕ່ຍັງຫາຄວາມເຊື່ອມໂຍງບໍ່ໄດ້ ບາງທີ່ກໍຕ້ອງໄປສໍາຫຼວດສັດອື່ນໆ ເພີ່ມເຕີມໃນແຫຼ່ງບໍລິເວນນັ້ັນສັດລ້ຽງສັດປ່າອື່ນໆ ສັດຫຍັງທີ່ກິນໂຕເຈຍ ແລ້ວຄົນກິນໄດ້ ອາດຈະເປັນງູ ເພາະງູເປັນໂຕທີ່ທໍາລາຍໂຕເຈຍໄດ້

ແຕ່ໂອກາດທີ່ຈະເປັນງູຂ້ອນຂ້າງຍາກ ເພາະງູເປັນສັດເລື້ອຍຄານ ແຕ່ວ່າໂຕເຈຍເປັນສັດລ້ຽງລູກດ້ວຍນໍ້ານົມ ການກະໂດດຂ້າມສ່ວນໃຫຍ່ຈະຢູ່ໃນກຸ່ມຕະກຸນດຽວກັນ ສັດລ້ຽງລູກດ້ວຍນໍ້ານົມຄືກັນເພາະວ່າເວລາໄວຣັສເຂົ້າສິງສູ່ເຂົາໄປໃນເຊວຮ່າງກາຍຂອງສັດ ຫຼື ຄົນ ເຂົາຕ້ອງການໂຕເກາະເຂົ້າໄປໃນເຊວຝັງເຂົ້າໄປ

ດຣ. ສຸພາພອນ ກ່າວອີກວ່າ ຂໍ້ມູນເທົ່າທີ່ມີຕອນນີ້ຍັງບອກໄດ້ພຽງວ່າ ຍັງບໍ່ກໍໂລກໃນຄົນ ເພາະຍັງບໍ່ມີເຫດການທີ່ບອກວ່າ ເຊື້ອທີ່ພົບໃນໂຕເຈຍປະເທດໄທ ສາມາດກໍໂລກໃນຄົນໄດ້ ດັ່ງນັ້ນເປັນເລື່ອງຂອງຫຼັກຖານຂໍ້ມູນທີ່ເຮົາເຮັດເກັບໄວ້ ຄ້າຍປະເທດຈີນທີ່ມີຂໍ້ມູນໄວຣັສໃນໂຕເຈຍເວລາເກີດໂລກລະບາດ ສາມາດນໍາຂໍ້ມູນລະຫັດເຊື້ອໂລກຈາກໃນຄົນ ຫຼື ໃນສັດລ້ຽງມາທຽບຄຽງຈາກສັດປ່າ: ໂຕເຈຍ ເຊິ່ງຖືວ່າເປັນແຫຼ່ງນໍາໂລກສໍາຄັນຂອງໂລກລະບາດໃໝ່ ບໍ່ວ່າຈະເປັນອີໂບລ່າ ນິບປ້າ ເມີສ ຊາສ ມີຄວາມເຊື່ອມໂຍງຄວາມສໍາພັນທາງກໍາມະພັັນໄປເຖິງໂຕເຈຍທັງນັ້ນ ແຕ່ເສັ້ນທາງກະໂດດມາທີ່ຄົນນັ້ນແຕກຕ່າງກັນໄປ

ຢ່າໄປກິນໂຕເຈຍ ຖ້າຈໍາເປັນຕ້ອງເຂົ້າຖໍ້າທີ່ມີໂຕເຈຍໃຫ້ແຕ່ງກາຍຮັດກຸມ ໃສ່ເສື້ອແຂນຍາວ ໃສ່ໝວກ, ແວ່ນຕາ, ເພື່ອໂຕເຈຍຍ່ຽວ ຫຼື ຂີ້ ຈະໄດ້ບໍ່ຖືກຕາ, ເຂົ້າປາກເຮົາ.
ດຣ. ສະພາພອນກ່າວອີກວ່າ ໂອກາດທີ່ເຊື້ອຈາກໂຕເຈຍສູ່ຄົນໂດຍກົງຍັງນ້ອຍຢູ່ ສໍາລັບປະເທດໄທ ແລະ ຫຼາຍໆປະເທດ ຍັງບໍ່ມີລາຍງານວ່າເຊື້ອຈາກໂຕເຈຍຕິດຕໍ່ສູ່ຄົນໄດ້ໂດຍກົງ ພຽງແຕ່ຂໍ້ມູນເຊື້ອພະຍາດທີ່ເກີດຂື້ນຂອງຈີນປຽບທຽບກັບຖານຂໍ້ມູນຄືກັບໂຕເຈຍຫຼາຍທີ່ ເຮົາໃຊ້ວິທະຍາສາດໄຂປິດສະນາ

ຂ່າວທົ່ວໄປ