ເຈົ້າຊາຍແຮຮີ່-ດັດເຊສເມແກນ ຖອນການເປັນສະມາຊິກຮາຊະວົງ ອັງກິດ
ຄອບຄົວຄືທີ່ໜຶ່ງ!!! ເຈົ້າຊາຍແຮຣີ່-ດັດເຊສເມແກນ ປະກາດຖອນອອກຈາກການເປັນສະມາຊິກຣາຊະວົງ ຊັ້ນສູງຂອງອັງກິດ ເພື່ອໃຫ້ຄອບຄົວໄດ້ເລີ່ມຕົ້ນບົດບາດໃໝ່ໃນຊີວິດທີ່ອິດສະຫຼະຂຶ້ນ… “ເຈົ້າຊາຍແຮຣີ່” ຖືເປັນໜຸ່ມຮ໊ອດທີ່ເຮັດໃຫ້ສາວໆເຊົາກຣີດບໍ່ໄດ້ເລີຍ ເພາະພະອົງນັ້ນເປັນຜູ້ທີ່ພຽບພ້ອມໄປດ້ວຍຄວາມຫລໍ່, ຖານະ ແລະ ນິໄສ… ແລະເຖິງວ່າພະອົງຈະໄດ້ແຕ່ງງານມີຄອບໄປແລ້ວ ກັບ ເມແກນ ແລະ ເປັນຄອບຄົວທີ່ອົບອຸ່ນໃນປັດຈຸບັນ!!! ຈົນເຮັດໃຫ້ສາວໆຫຼາຍຄົນຕ້ອງອິດສາ ເມແກນ ໜັກແຮງ ເຊິ່ງບໍ່ແມ່ນການທີ່ນາງໄດ້ແຕ່ງງານກັບເຈົ້າຊາຍ ແຫ່ງຣາຊະວົງຊັ້ນສູງຂອງອັງກິດເທົ່ານັ້ນ ແຕ່ນາງຄືຜູ້ໂຊກທີ່ ໄດ້ແຕ່ງງານກັບຜູ້ຊາຍທີ່ຮັກຄອບຄົວອັນເປັນທີ່ສຸດ, ສໍາລັບເຈົ້າຊາຍແຮຣີ່ແລ້ວ ຄອບຄົວຄືທີ່ໜຶ່ງ, ທຸກຢ່າງທີ່ທ່ານເຮັດແມ່ນເພື່ອຄອບຄົວ… ເພາະເມື່ອບໍ່ດົນມານີ້ ເຈົ້າຊາຍແຮຣີ່, ເມແກນ ດະຢຸກ ແລະ ດັດເຊສ ແຫ່ງຊັດເຊັກສ໌ ໄດ້ອອກມາຖະແຫຼງການວ່າ ໄດ້ຖອນອອກຈາກການເປັນສະມາຊິກຣາຊະວົງ…