ສາວ ຕານ້ອຍ ພາທີມຄວ້າແຊ້ມບານສົ່ງ ໃນງານກິລານັກສຶກສາ ມຊ 2020

ສາວ ຕານ້ອຍ ພາທີມຄວ້າແຊ້ມບານສົ່ງ ໃນງານກິລານັກສຶກສາ ມຊ 2020

ເປັນອີກສີສັນໃນການແຂ່ງຂັນບານສົ່ງ ເມື່ອ ສາວ ຕານ້ອຍ ວໍລະສັກ ນັກກິລາບານສົ່ງຈາກ ຄະນະເສດຖະສາດ ແລະ ບໍລິການທຸລະກິດ (ຄສບ) ສາມາດພາທີມຄ້ວາແຊ້ມບານສົ່ງຍິງ ໃນງານແຂ່ງຂັນກີລານັກສຶກສາທົ່ວ ມະຫາວິທະຍາ ໄລແຫ່ງຊາດ ຄັ້ງທີ 11 ປະຈຳສົກສຶກສາ 2019-2020 ເມື່ອວັນທີ 23 ມັງກອນ 2020

ຖືເປັນການພັດທະນາ ແລະ ປັບປຸງການຫຼິ້ນໃຫ້ດີຂຶ້ນເລື້ອຍໆ ເພາະກ່ອນໜ້ານີ້ນ້ອງສາວ ຕານ້ອຍ ບໍ່ສາມາດທີມ ມະຫາວິທະຍາໄລແຫ່ງຊາດ ( ມຊ ) ຜ່ານເຂົ້າຮອບ 4 ຫລັງເສຍໃຫ້ ທີມ ມິກ ສຸດເສຍດ່າຍ 1-3 ເຊັດ ໃນການແຂ່ງຂັນບານສົ່ງ ຊີງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ໃນປີ 2019

ຂອບໃຈຮູບຈາກ MeeDee ງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດການກີລາ-ກາຍະກໍາ faculty of sport science and physical education

ຂ່າວທົ່ວໄປ